ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກະຊວງສາທາລະນະສຸກຮ່ວມກັນປູກຕົ້ນໄມ້
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/06/2017

ສາຍອາຫານ ແລະ ຢາ ໄດ້ສ້າງຂະບວນການປູກຕົ້ນໄມ້ເນື່້ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຂຶ້ນໃນວັນທີ 1 ມິຖຸນາ ປີ 2017 ທີ່ສູນພືດ ແລະ ລ້ຽງສັດທີ່ເປັນຢາ ຂອງສະຖານບັນການແພດ ແລະ ການຢາພື້ນເມືອງ. ໃນພິທີເປີດຂະບວນການຄັ້ງນີ້ ໄດ້ຮັບກ່ຽດປັນປະທານເປີດ ແລະ ຮ່ວມປູກຕົ້ນໄມ້ໂດຍທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະລັດຖະມົນຕີ, ຄະນະພັກກະຊວງ, ຜູ້ຕາງໜ້າຈາກກົມ, ສະຖານບັນການແພດ ແລະ ການຢາພື້ນເມືອງ, ຫ້ອງການກະຊວງ, ຫ້ອງການປະກັນສຸຂະພາບ, ສູນຕ່າງໆ, ໂຮງໝໍ ແລະ ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຈາກພາກສ່ວນຕ່າງໆ ແລະ ອໍານາດການປົກຄອງ ເມືອງໄຊທານີ ລວມທັງໝົດ 120 ທ່ານເຂົ້າຮ່ວມ. ຕົ້ນໄມ້ທີ່ນໍາມາປູກຄັ້ງນີ້ ມີ 1,000 ເບຍໄມ 35 ແນວພັນພືດ. ການປູກຕົ້ນໄມ້ ກໍ່ແມ່ນການສະໜອງຕອບຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດທີວາງອອກ ໂດຍສະເພາະການສູ້ຊົນເຮັດໃຫ້ປ່າປົກຫຸ້ມທົ່ວປະເທດ ເພີ້ມຂຶ້ນ 70% ໃນປີ 2020; ແມ່ນປະຕິບັດທິດຊີ້ນໍາຂອງຄະນະພັກ, ຄະນະນໍາຂອງກະຊວງສາທາລະນະສຸກ ເພື່ອສ້າງຂະບວນການຕ່າງໆ ທີ່ສໍາຄັນ ໃນປີ 2017. ໃນວາລະດຽວກັນນີ້ ສູນສະໜອງຢາ ແລະ ອຸປະກອນການແພດ ກໍ່ໄດ້ສ້າງຂະບວນການປູກຕົ້ນໄມ້ຈັດຂຶ້ໜທີ່ ສ້າງຢາ ແລະ ອຸປະກອນການແພດ ບ້ານນ້ອຍຊຽງດາ ເມືອງໄຊເສດຖາ ໂດຍການເຂົ້າຮ່ວມຢ່າງຂອງສາຍອາຫານ ແລະ ຢາ.

ຄຽງຄູກັບກິດຈະກໍາການປູກຕົ້ນໄມ້ແລ້ວ ຢູ່ພາຍໃນກົມອາຫານ ແລະ ຢາ ກໍ່ໄດ້ຍັງຈັດງານສະເຫຼີມສະຫຼອງວັນເດັກຂຶ້ນ ໃນວັນທີ 1 ມິຖຸນາ 2017 ໃຫ້ແກ່ບັນດາລູກຫຼານພະນັກງານຂອງກົມ ເຊິ່ງໃຫ້ກຽດເປັນປະທານໃນງານດັ່ງກ່າວໂດຍທ່ານ ດຣ. ສີວົງ ແສງອາລຸນເດດ ຮອງຫົວໜ້າກົມອາຫານ ແລະ ຢາ.​ ໃນງານດັ່ງກ່າວ ໄດ້ມີການຕອບຄໍາຖາມ ແລະ ມອບຂອງຂວັນໃຫ້ແກ່ເດັກ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມສຸກ ແລະ ຟົດຟື້ນມ່ວນຊື່ນ. ກິດຈະກໍາປູກຕົ້ນໄມ້ ແລະ ຈັດງານວັນເດັກທຸກໆ ປີ ຂອງສາຍອາຫານ ແລະ ຢາ ແມ່ນໄດ້ຮັບຈັດຂຶ້ນຢ່າງຕໍ່ເນື່ອງໃນທຸກໆປີ. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA