ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສູນວິໄຈອາຫານແລະຢາ ໄດ້ຮັບການຮັບຮອງມາດຕະຖານສາກົນ ISO/IEC 17025
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/07/2017

ສູນວິໄຈອາຫານແລະຢາ, ກະຊວງ​ສາທາລະນະ​ສຸກ

ໄດ້ຮັບການຮັບຮອງມາດຕະຖານສາກົນ ISO/IEC 17025

 

ບົດຂ່າວ: ຈາກສູນວິໄຈອາຫານ ແລະ ຢາ

 

ສູນວິໄຈອາຫານແລະຢາໄດ້ລິເລີ້ມກະກຽມລະບົບ ISO/IEC 17025 ນັບແຕ່ປີ 2006 ເພື່ອຂໍການຮັບຮອງມາດຕະຖານສາກົນ ISO/IEC 17025 ໃຫ້ແກ່ຫ້ອງທົດລອງອາຫານດ້ານຈຸລິນຊີໂດຍການຊ່ວຍເຫຼືອຂອງໂຄງການ UNIDO Phase 1. ​ໄດ້​ມີ​ການ​ກະກຽມຄວາມ​ພ້ອມ​ທີ່​ຈໍາ​ເປັນ​​ເຊັ່ນ:ສ້າງເອກະສານຄູ່ມືຄຸນນະພາບ, ຄູ່ມືປະຕິບັດດ້ານການບໍລິຫານແລະຄູ່ມືປະຕິບັດດ້ານວິຊາການຕະຫຼອດຮອດແບບຟອມທີ່ນໍາໃຊ້ຕ່າງໆ,ວິທີທົດສອບ, ການ​ເຂົ້າຮ່ວມທົດ​ສອບ​ຄວາມ​ຊໍານານ (PTs) ພ້ອມດຽວກັນກໍ່ໄດ້ຝຶກອົບຮົມໃຫ້ພະນັກງານວິຊາການໃຫ້ມີຄວາມຊໍານານງານເພື່ອກຽມພ້ອມສໍາລັບການຮັບຮອງ.ມາຮອດເດືອນພະຈິກ 2009, ສູນວິໄຈອາຫານແລະຢາໄດ້ຖືກປະເມີນຄັ້ງທໍາອິດຈາກອົງການ NATA, ປະເທດ Australia ຊຶ່ງໄລຍະນັ້ນເປັນໄລຍະສຸດທ້າຍຂອງໂຄງການ UNIDO Phase 1 ແລະໂຄງການດັ່ງກ່າວກໍ່ໄດ້ສິ້ນສຸດລົງເຮັດໃຫ້ສູນວິໄຈອາຫານແລະຢາພາດໂອກາດ​ໃນການຮັບຮອງຄັ້ງນັ້ນ.

ອົງການ UNIDO Phase 3 (2013-2017) ໄດ້ສືບຕໍ່ໃຫ້ການສະໜັບສະໜູນໂຄງການຮັບຮອງຂອງສູນວິໄຈອາຫານແລະຢາອີກຄັ້ງ, ຊຶ່ງສູນວິໄຈອາຫານແລະຢາໄດ້ທໍາການປັບປຸງຄືນ​ໃໝ່ບັນດາເອກະສານທີ່ໄດ້ກະກຽມມາແລ້ວໃຫ້ດີຂຶ້ນກ່ວາເກົ່າພ້ອມທັງກະກຽມວັດຖຸອຸປະກອນແລະບຸກຄະລາກອນໃຫ້ຢູ່ໃນທ່າກຽມພ້ອມສໍາລັບການຮັບຮອງ​ໃນຄັ້ງນີ້. ຮອດເດືອນມັງກອນ 2017, ສູນວິໄຈອາຫານແລະຢາໄດ້ຖືກປະເມີນໂດຍອົງການຮັບຮອງມາດຕະຖານສາກົນ ISO/IEC17025 ຂອງປະ​ເທດສ.ສ.ຫວຽດນາມ (VILAS). ຜ່ານການກວດປະເມີນຂອງຊ່ຽວຊານແລະຄະນະກໍາມະການຈາກVILAS, ດັ່ງນັ້ນຮອດວັນທີ05 ພຶດສະພາ 2017ສູນວິໄຈອາຫານແລະຢາຊຶ່ງ​ແມ່ນ​ຫ້ອງ​ວິ​ໄຈ​ແຫ່ງ​ດຽວຂອງສ.ປ.ປລາວທີ່​ໄດ້​ຖືກ​ຮັບຮອງ​ມາດຕະຖານສາກົນ ISO/IEC17025 ຈາກVILAS (​ໃບຢັ້ງຢືນເລກທີ: 1019 ລົງ​ວັນ​ທີ 05 ພຶດສະພາ 2017). ໃບຢັ້ງຢືນການ​ຮັບຮອງນີ້​ແລະມີອາຍຸຮອດວັນທີ05 ພຶດສະພາ 2020 (3 ປີ).

ການ​ຮັບຮອງ​ດັ່ງກ່າວ ​ແມ່ນເປັນການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ ​ໃຫ້​ແກ່​ສ.ປ.ປລາວ​ ​ໃນ​ການ​ເຊື່ອມ​ໂຍງກັບ​ອາ​ຊຽນ ​ແລະສາກົນ ​ເພື່ອ​ເປັນ​ການ​ສົ່ງ​ເສີມ ​ໃຫ້​ການ​ຜະລິດ​ສິນຄ້າພາຍ​ໃນ​ເພື່ອສົ່ງ​ອອກຂາຍຕ່າງປະ​ເທດ ​ໄດ້​ຮັບ​ການ​ຢັ້ງຢືນ​ຄຸນ​ນະພາ​ບທີ່​ໜ້າ​ເຊື່ອ​ຖື ​ແລະຍອມຮັບຂອງ​ ສາກົນທັງ​ເປັນ​ການ​ຕອບ​ສະ​ໜອງການ​ພັດທະນາ ​ເສດ​ຖະກິດ-ສັງຄົມ​ໃຫ້ ນັບ​ມື້ມີ​ຄວາມ​ເຂັ້ມ​ແຂງຂຶ້ນ​ເທື່ອ​ລະ​ກ້າວ. ​

 

ກົດນີ້ເບິ່ງໃບຢັ້ງຢືນ ISO/IEC 17025

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA