ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສ້າງຄວາມເຂັ້ມແຂງວຽກງານຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 10/08/2017

ສ້າງຄວາມເຂັ້ມແຂງວຽກງານຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ

ບົດຂ່າວໂດຍ:     ດຣ. ນາງ ສຸລິວັນ ແກ້ວກິນາລີ

                   ຮອງຫົວໜ້າພະແນກຄຸ້ມຄອງການຢາໂຮງໝໍ

ການຕິດຕາມຄວາມປອດໄພຂອງຢາພາຍຫລັງອະນຸຍາດໃຫ້ຈໍາໜ່າຍ ແມ່ນວຽກງານຫນຶ່ງທີ່ສໍາຄັນ ແລະ ຈໍາເປັນໃນການຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ປະສິດທິພາບຂອງຜະລິດຕະພັນຢາ ທີ່ປິ່ນປົວ ຊຶ່ງຈຸດປະສົງແມ່ນເພື່ອຫລຸດຜ່ອນຄວາມອັນຕະຈາກຜົນຂ້າງຄຽງຂອງຢາໂດຍກໍານົດ ແລະ ການຄຸ້ມຄອງຄວາມສ່ຽງຜ່ານກົນໄກການຄົ້ນຫາ, ການປະເມີນ ແລະ ການຕິດຕາມຄວາມປອດໄພຂອງຜະລິດຕະພັນຢາ ນອກຈາກນີ້ ການຕິດຄາມຄວາມປອດໄພຂອງຢາ ຍັງສົ່ງເສີມສ້າງຄວາມເຂົ້າໃຈກ່ຽວກັບເພຊັດວິທະຍາ ແລະ ຄຸນລັກສະນະຜິດເບຶ່ອຂອງຢາ ເພື່ອເຮັດໃຫ້ການນໍາໃຊ້ຢາມີປະສິດທິພາບ ແລະ ປອດໄພ.

ສະນັ້ນເພື່ອສ້າງຄວາມເຂັ້ມແຂງໃນວຽກງານດັ່ງກ່າວ ກົມອາຫານ ແລະ ຢາ ໃນນາມອົງການຄຸ້ມຄອງລັດ ດ້ານວຽກງານຄຸ້ມຄອງຄວາມປອດໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງກະຊວງສາທາລະນະສຸກ ໂດຍສະເພາະດ້ານວຽກງານຄຸ້ມຄອງຄວາມປອດໄພດ້ານຢາ ໄດ້ຮ່ວມມືກັບ ສູນເປັນເລີດດ້ານການຄຸ້ມຄອງ ປະເທດ ສິງ​ກາ​ໂປ(Centre of Regulatory Excellence) ​ແລະ ມະຫາວິທະຍາ​ໄລ Duke-NUS Medical School ​ໄດ້​ຈັດ​ອົບຮົມ​ກ່ຽວກັບ​ການ​ຕິດຕາມ​ຄວາມ​ປອດ​ໄພ​ຂອງ​ຢາຂຶ້ນທີ່ ​ໂຮງ​ແຮມ ​ເສດ​ຖາ ປຮາ​ເລດ ​ໃນ​ລະຫວ່າງ​ວັນ​ທີ 7-8 ສິງຫາ 2017  ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດຣ. ບຸນ​ຊູ ​ແກ້ວ​ຫາ​ວົງ ຮອງ​ຫົວໜ້າກົມ​ອາຫານ ​ແລະ​ ຢາ ​ແລະ ທ່ານ ຮສຈ ດຣ​. Leong Wai Yeen James ແລະ ​ມີ​ວິຊການ​ທີ່ຮັບຜິດຊອບ​ວຽກຕິດຕາມ​ຄວາມ​ປອດ​ໄພ​ຂອງ​ຢາ​ມາຈາກ ກົມ​ປິ່ນປົວ, ກົມ​ອາຫານ ​ແລະ​ຢາ, ສູນ​ຄວບ​ຄຸມ​ວັນນະ​ໂລກ, ສູນ​ຕ້ານ​ເອດ ​ແລະ ພຕພ, ສູນ​ໄຂ້ຍຸງ ​​ແມ່​ກາ​ຟາກ ​ແລະ​ ແມງ​ໄມ້,  ຜູ້ເຂົ້າຮ່ວມຈາກ 3​ໂຮງໝໍສູນ​ກາງ ​ແລະ 3 ​ໂຮງໝໍ​ແຂວງ ເປັນຕົ້ນ ໂຮງໝໍມະ​ໂຫສົດ, ​ເສດ​ຖາ​ທິລາດ, ມິດຕະພາບມ ​ແຂວງ​ຄໍາ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຈໍາປາ​ສັກວິທະຍາກອນແມ່ນມາຈາກ Health Sciences Authority Singapore, Uppsala Monitoring Centre  ​ແລະ Bayer South East Asia, Singapore.

ຈຸດປະສົງ​ຂອງ​ການ​ອົບຮົມ​ແມ່ນ​ເພື່ອ: 1)ໃຫ້​ຜູ້​ເຂົ້າຮ່ວມ​ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ອະທິບາຍ​ໄດ້​ເຖິງ​ຜົນ​ປະ​ໂຫຍ​ດ ກິດຈະກໍາການ​ຕິດຕາມ​ຄວາມ​ປອດ​ໄພ​ຂອງ​ຢາ​ຫລັງ​ການ​ຈໍາໜ່າຍຕໍ່ຜູ້ຄົນສ່ວນບຸກຄົນ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ, ລວມທັງການສຶກສາກ່ຽວກັບການນໍາໃຊ້ຢາທີ່ດີທີ່ສຸດ ແລະ ການລາຍງານກ່ຽວກັບເຫດການທີ່ບໍ່​ເພິ່ງ​ປາດ​ຖະໜາ (AE). 2)ແນະນໍາແນວຄວາມຄິດເພື່ອປັບປຸງຂະບວນການລາຍງານເຫດການທີ່ບໍ່​ເພິ່ງ​ປາດ​ຖະໜາຂອງຢາ ແລະ ​ການສຶກສາ ​ເພື່ອຫຼຸດຜ່ອນຄວາມສ່ຽງ (ເຊັ່ນ: ການອອກແບບການເຮັດວຽກທີ່ດີທີ່ສຸດສໍາລັບການເກັບກໍາຂໍ້ມູນ ແລະ ການວິເຄາະຂໍ້​ມູນ, ການປັບປຸງການສື່ສານລະຫວ່າງຂັ້ນແຂວງ ແລະ ຂັ້ນສູນກາງ ​ໂດຍ​ອີງ​ໃສ່ຊັບພະຍາກອນທີ່ມີຢູ່).

  3)ສະເຫນີຍຸດທະສາດເພື່ອກະຕຸກ​ຊຸກຍູ້​ໃຫ້​ມີ​ການລາຍງານ​ເຫດການ​ບໍ່​ເພິ່ງ​ປາດ​ຖະໜາຫລາຍ​ຂື້ນ (ເຊັ່ນ: ວິທີການອໍານວຍຄວາມສະດວກໃນການປະຕິບັດຄູ່​ມືໃນການລາຍງານເຫດການທີ່ບໍ່​ເພິ່ງ​ປາດ​ຖະໜາ) ​ແລະ 4)ຍົກ​ໃຫ້​ເຫັນ​ຄວາມ​ສໍາຄັນ​ໃນ​ການຄຸ້ມຄອງຄວາມສ່ຽງ ແລະ ການຫຼຸດຜ່ອນຄວາມສ່ຽງ ​ແມ່ນ​ກິດຈະ​ກໍາ​ສໍາຄັນ​ພາຍຫລັງ​ອະນຸຍາດ​ຈໍາໜ່າຍ.

ການ​ດໍາ​ເນີນ​ກອງ​ປະຊຸມ: ​ແມ່ນ​ຮັບ​ຟັງ​ການ​ນໍາ​ສະ​ເໜ ​ແລະ ​ແບ່ງ​ກຸ່ມ​ຄົ້ນຄ້ວາ ຜົນ​ໄດ້​ຮັບ​ຂອງ​ກອງ​ປະຊຸມ: ສໍາ​ມາ​ນາ​ກ່ອນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວກັບ:

-       ​ຄວາມ​ສໍາຄັນ​ຂອງ​ກິດຈະ​ກໍາຕິດຕາມ​ຄວາມ​ປອດ​ໄພ​ຂອງ​ຢາ​ພາຍ​ຫລັງ​ການ​ຈໍາໜ່າຍ ​ເພື່ອ​ຊຸກຍູ້ ​ແລະ ສົ່ງ​ເສີມ​ໃຫ້​​ພາກສ່ວນທີ່ກ່ຽວ​ຂ້ອງ​ມີຄວາມ​ສົນ​ໃນ​ປະກອບ​ສ່ວນ ລວມທັງພະນັກງານ​ສາທາລະນະ​ສຸກ ​ແລະ ​ຜູ້​ກໍານົດ​ນະ​ໂຍບາຍ

-       ​​ສາມາດກໍານົດ ​ແລະ ພັດທະນາ​ແຜນ​ການ​ຮ່ວມ​ມື​ກັບ​ພາກສ່ວນທີ່​ມີ​ສ່ວນ​​ກ່ຽວຂ້ອງ​

-       ​ສະ​ເໜີ​ແນວ​ຄວາມ​ຄິດ ​ເພື່ອ​ປັບປຸງ​ລະບົບ​ການ​ລາຍ​ງານ ​ແລະ ຄວາມ​ຮູ້​ໃນ​ການ​ລຸດຜ່ອນ​ຄວາມ​ສ່ຽງ

-       ແນະນໍາແນວຄວາມຄິດເພື່ອປັບປຸງຂະບວນການສໍາລັບການລາຍງານເຫດການທີ່ບໍ່​ເພິ​ງປາດ​ຖະໜາ ແລະ ສຶກສາ​ດ້ານການຫຼຸດຜ່ອນຄວາມສ່ຽງ

ວຽກງານຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຄືບໜ້າ ພາຍຫຼັງວຽກງານດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2013 ແລະ ໄດ້ຮັບເຂົ້າເປັນສະມາຊິກສົມບູນ ວັນທີ 8 ກໍລະກົດ 2015 ກ່ຽວກັບການຕິດຕາມຄວາມປອດໄພຂອງຢາ ເຊິ່ງເປັນປະເທດສະມາຊິກອັນດັບທີ 122.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA