ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມຄືນຄູຝຶກກ່ຽວກັບວິທີການເຜີຍແຜ່ຂໍ້ມູນຂ່າວສານຕ້ານການດື້ຕໍ່ຢາປົວໄຂ້ຍຸງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 18/08/2017

ອົບຮົມຄືນ​ຄູ​ຝຶກ​​ກ່ຽວ​ກັບ​ວິທີ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕ້ານ​ການ​ດື້​ຕໍ່​ຢາ​ປົວ​ໄຂ້ຍຸງ

ບົດຂ່າວໂດຍ: ດຣ. ກອງມະນີ ນາມມະວົງມີໄຊ

ກົມ​ອາຫານ ​ແລະ ຢາ​ຮ່ວມ​ກັບ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ສະຫວັນນະເຂດ ໄດ້ເປີດ​ຊຸດ​ອົບຮົມ​ຄູ​ຝຶກ​ໃຫ້​ພະນັກງານ​ສາທາລະນະ​ສຸກ​ຂັ້ນ​ແຂວງ ​ແລະ ​ເມືອງ​ກຽວ​ກັບ​ວິທີ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕ້ານ​ການ​ດື້​ຕໍ່​ຢາ​ປິ່ນປົວ​ໄຂ້ຍຸງຢູ່ແຂວງສະຫວັນນະເຂດ, ໃນລະຫວ່າງວັນທີ 15-17/8/2017 ໂດຍການເປັນປະທານຮ່ວມຂອງທ່ານ ດຣ. ຈັນດອນ ມະນີພູໃສ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ທ່ານ ນໍເລດ ວົງຄໍາບູ່ ຫົວໜ້າຂະແໜງອາຫານ ແລະ ຢາແຂວງສະຫວັນນະເຂດ ແລະ ທ່ານ ນ. ກອງມະນີ ນາມມະວົງມີໄຊ ຮອງຫົວໜ້າພະແນກຂ່າວສານ ກົມອາຫານ ແລະ ຢາ,  ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 45 ທ່ານເປັນຍິງ 17 ທ່ານ ທີ່ມາຈາກ 02 ແຂວງຄື: ແຂວງສະຫວັນນະເຂດ 33 ທ່ານ ທີ່ມາຈາກຂະແໜງອາຫານ ແລະ ຢາແຂວງ, ຂະແໜງໄຂ້ຍຸງ-ແມ່ກາຟາກ ແລະ ແມງໄມ້, ຂະແໜງສຸຂະສຶກສາ, ແພດຈາກໂຮງໝໍທະຫານ ແລະ ຂັ້ນເມືອງແມ່ນ ຫົວໜ້າ ຫຼື ຮອງຫ້ອງການສາລະນະສຸກເມືອງ ແລະ ອາຫານ ແລະ ຢາເມືອງ 15 ເມືອງ ( ເມືອງອາດສະພັງທອງ, ພິນ, ເຊໂປນ, ທ່າປາງທອງ, ພະລານໄຊ, ຄັນທະບູລີ, ອຸທຸມພອນ, ນອງ, ສອງຄອນ, ຈຳພອນ, ຊົນບູລີ, ໄຊບູລີ, ວິລະບູລີ, ອາດສະພອນ ແລະ ເມືອງ ໄຊພູທອງ), ຈາກແຂວງສາລະວັນ 12 ​ທ່ານ ທ່ານ ທີ່ມາຈາກຂະແໜງອາຫານ ແລະ ຢາແຂວງ, ຂະແໜງໄຂ້ຍຸງ-ແມ່ກາຟາກ ແລະ ແມງໄມ້, ຂະແໜງສຸຂະສຶກສາ, ແພດຈາກໂຮງໝໍທະຫານ ແລະ ຂັ້ນເມືອງແມ່ນ ຫົວໜ້າ ຫຼື ຮອງຫ້ອງການສາລະນະສຸກເມືອງ ແລະ ອາຫານ ແລະ ຢາເມືອງ 03 ເມືອງ ( ເມືອງສາລະວັນ, ຕະໂອຍ ແລະ ເມືອງຕຸ້ມລານ) ໂດຍການສະໜັບສະໜູນຂອງໂຄງການ NFM ພາຍໃຕ້ GF.

ຈຸດປະສົງການອົບຮົມແມ່ນເພື່ອ: ໃຫ້ຜູ້ເຂົ້າຮ່ວມອົບຮົມມີຄວາມຮູ້ກ່ຽວກັບການດື້ຕໍ່ຢາປິ່ນປົວໄຂ້ຍຸງ, ຢາປອມ, ຢາຕົກມາດຕະຖານ ແລະ ການນໍາໃຊ້ຢາປິ່ນປົວໄຂ້ຍຸງທີ່ສົມເຫດ ສົມຜົນພ້ອມດ້ວຍສາເຫດ ແລະ ວິທີແກ້ໄຂ; ສາມາດນໍາໄປເຜີຍແຜ່ໃຫ້ບັນດາແພດໝໍ, ຜູ້ຈໜ່າຍຢາ, ທະຫານທີ່ປະຕິບັດໜາທີ່ ແລະ ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະ ມີສະຕິໃນການນຳໃຊ້ຢາປິ່ນປົວໄຂ້ຍຸງ ແລະ ເພື່ອເຮັດໃຫ້ມີການນຳໃຊ້ຢາປົວໄຂ້ຍຸງຢ່າງສົມເຫດ ສົມຜົນ ແລະ ມີປະສິດທິພາບໃນການປິ່ນປົວເພື່ອຫຼີກລ້ຽງການດື້ຕໍ່ຢາຂອງເຊື້ອໄຂ້ຍຸງ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA