ຂ່າວສານ ແລະ ເຫດການ
ກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍ ການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອຂອງ ສປປ ລາວ
ໃນວັນທີ 19/11/2019, ຕອນເຊົ້າເວລາ 8:30 ໂມງ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ແຕ່ປີ 2019 – 2023 ຂຶ້ນ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຄະນະປະທານຮ່ວມ ໂດຍ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້, Dr. Mark JACOBS ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ແລະ Mr. Hassar Hayat ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ. ເຊິ່ງມີບັນດາຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍສູນກາງ ແລະ ແຂວງ, ຄະນະພະແນກກະກຳ ແລະ ປ່າໄມ້ແຂວງ ຈາກ 17 ແຂວງ ແລະ ນະຄອນຫຼວງ ໃນທົ່ວປະເທດ ພ້ອມບັນດາຕາງໜ້າກົມ, ສູນ ແລະ ວິຊາການກ່ຽວຂ້ອງຢູ່ຂັ້ນສູນກາງຈາກ 02 ກະຊວງ ເຂົ້າຮ່ວມ ລວມທັງໝົດຈໍານວນ 85 ທ່ານ.
ກອງປະຊຸມ ປຶກສາຫາລື ຄະນະກຳມະການເພື່ອຄຸ້ມຄອງຄວາມປອດໄພອາຫານ ແລະ ຢາ ຄັ້ງທີ 1
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຂອງຄະນະກຳມະການເພື່ອຄຸ້ມຄອງຄວາມປອດໄພອາຫານ ແລະ ຢາ ຄັ້ງທີ 1 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 03 ຕຸລາ 2019, ທີ່ ຫ້ອງປະຊຸມ ລ່ອງງື່ມວິວ ຣີສອດ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ
ຈັດກອງປະຊຸມ ຄະນະກຳມະການ ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ໃນຂົງເຂດອິນໂດ-ປາຊີຟິກ (Indo-Pacific Regulatory Strengthening Program Steering Committee and Forum (RSP)) ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ.
ໃນວັນທີ 12-13 ກັນຍາ 2019 ອົງການ ຄຸ້ມຄອງຄຸ້ມຄອງສິນຄ້າຜະລິດຕະພັນປິ່ນປົວ (Therapeutic Goods Authority Australia (TGA) ໂດຍຮ່ວມກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດກອງປະຊຸມ ຄະນະກຳມະການ ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ໃນຂົງເຂດອິນໂດ-ປາຊີຟິກ (Indo-Pacific Regulatory Strengthening Program Steering Committee and Forum (RSP)) ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສົນທະນາແລກປ່ຽນຂໍ້ມູນຂາວສານ ໂດຍສະເພາະຜົນສໍາເລັດ ເພື່ອສ້າງຄວາມເຂົ້າໃຈເພີ້ມຕື່ມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ວິທີການວັດແທກຜົນສໍາເລັດວຽກງານໂຄງການດັ່ງກ່າວ, ທິດທາງແຜນການໃນຕໍ່ໜ້າ ທາງດ້ານວິໄສທັດ ແລະ ກິດຈະກຳຂອງບັນດາປະເທດ ພາຍໃຕ້ໂຄງການ RSP ແລະ ສ້າງຄວາມເຂົ້າໃຈ ເພື່ອກະກຽມຄວາມພ້ອມໃນການຮັບປະກັນດ້ານຢາ ແລະ ອຸປະກອນການແພດ ທີ່ຈຳເປັນພື້ນຖານທີ່ຈະນຳເຂົ້າມານຳໃຊ້ ແລະ ຂື້ນທະບຽນ ໃນບັນດາປະເທດຂອງພາກພື້ນນີ້ ເພື່ອສົ່ງເສີມການປະສານງານຂອງປະເທດສະມາຊິກ ໃນວຽກງານເສີມສ້າງຄວາມເຂັ້ມແຂງທາງດ້ານລະບຽບການ, ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບ ການສະໜັບສະໜູນຂອງ ອົງການ TGA.
ປຶກສາຫາລືແຜນພັດທະນາວຽກງານອາຫານ ແລະ ຢາ 5 ປີ (2021-2025)
ໃນວັນທີ 30 ກໍລະກົດ 2019 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ປຶກສາຫາລືແຜນພັດທະນາ ວຽກງານອາຫານ ແລະ ຢາ 5 ປີ (2021-2025) ຢູ່ທີ່ ນາປ່າກວາງຣີສອດ, ແຂວງ ວຽງຈັນ...
ແຈ້ງການຂອງກົມອາຫານ ແລະ ຢາ ກ່ຽວກັບການພົບຢາວັກແຊງປອມ ຢູ່ປະເທດ ຟີລິບປິນ
ອີງຕາມໜັງສືແຈ້ງເຕືອນຂອງອົງການອະນາໄມໂລກເລກທີ Ref.EMP/SAV/Alert-N8. 2019ລົງວັນທີ 16/17/209, ກົມອາຫານ ແລະ ຢາ ໄດ້ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເລກທີ 6910/ກອຢ, ລົງວັນທີ 24 ກໍລະກົດ 2019 ເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການພົບຢາວັກແຊງຕ້ານວໍ້ປອມ ຢູ່ ປະເທດ ຟີລິບປິນ
ປະຊຸມລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 7 ແລະ ຄະນະກຳມະການລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 5
ກົມອາຫານແລະຢາ, ກະຊວງສາທາລະນະສຸກ ໄດ້ເປັນເຈົ້າພາບຈັດກອງປະຊຸມ ລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 7 ແລະ ຄະນະກຳມະການລະບົບການແຈ້ງເຕືອນແບບຮີບດ່ວນ ກ່ຽວກັບອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 5.
Food fortification must improve Lao people’s health
The level of chronic malnutrition in Laos has decreased from 44 percent in 2012 to 33 percent in 2017. However, the country still has the highest rate of malnutrition in the South East Asian region making the population’s intake of quality nutrients a challenge
Health authorities redoubling efforts to limit dengue fever outbreak
Health officials and medical staff at hospitals across the country, including the capital, are endeavouring to combat the increasing number of dengue fever cases this year.
ຢາຕ້ານເຊື້ອຈະໄດ້ຮັບການຕິດຕາມການຊົມໃຊ້ຢ່າງເຂັ້ມງວດ
ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນໂຮງໝໍ ໄດ້ເປີດຂື້ນໃນວັນທີ 18 ມິຖຸນາ 2019 ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ