ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX
ປະກາດວັນທີ: 21/10/2022 | ຜູ້ປະກາດ: Xiong T
ປັບປຸງວັນທີ: 24/10/2022 | ຜູ້ປັບປຸງ: Xiong T
ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX ຂຶ້ນ ພາຍໃຕ້ ຄໍາຂວັນ “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ, ຊຸກຍູ້-ສົ່ງເສີມ ການຜະລິດອາຫານ, ຢາ ແລະ ຜະລິຕະພັນການແພດ ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກ” ໄດ້ຈັດຂຶ້ນໃນວັນທີ 6 – 7 ຕຸລາ 2022 ທີ ໂຮງແຮມດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໄດ້ຮັບກຽດຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ມີຜູ້ແທນເຂົ້າຮ່ວມ ທັງຫມົດ ຈຳນວນ 147 ທ່ານ, (ເປັນຍິງ ຈຳນວນ 59 ທ່ານ) ເຊິ່ງມາຈາກພາກສ່ວນຕ່າງໆ ເຊັ່ນ: ພະນັກງານອະວຸໂສບໍານານ ອະດີດການນໍາຂອງກະຊວງສາທາລະນະສຸກ, ຫ້ອງການກະຊວງ, ກົມ, ສະຖານບັນ, ມະຫາວິທະຍາໄລ, ສູນ, ກອງ, ໂຮງໝໍຂັ້ນສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ແລະ ຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ເຊັ່ນ: ກົມຕໍາຫລວດສິ່ງແວດລ້ອມ, ກົມຕໍາຫລວດຄວບຄຸມ ແລະ ສະກັດກັ້ນຢາເສບຕິດ, ກົມເສນາຮັກ (ກະຊວງປ້ອງກັນຄວາມສະງົບ), ກົມເສນາຮັກ (ກະຊວງປ້ອງກັນຊາດ) ກະຊວງກົມບໍ່ແຮ່ (ກະຊວງພະລັງງານ ແລະ ບໍ່ແຮ່), ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ, ກົມຄຸ້ມຄອງອຸດສະຫະກໍາ ແລະ ຫັດຖະກຳ, ກົມການຄ້າພາຍໃນ, (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສື່ມວນຊົນ (ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ), ກົມພາສີ (ກະຊວງການເງິນ), ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້), ມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: WHO, UNFPA, UNDP WB, ADB, CHAI, UNICEF, FAO, EU ແລະ ພາກສ່ວນທຸລະກິດຜະລິດດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ.
|
ຂຽນໂດຍ: ກອງມະນີ ນາມມະວົງມີໄຊ |
|
ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX ຂຶ້ນ ພາຍໃຕ້ ຄໍາຂວັນ “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ, ຊຸກຍູ້-ສົ່ງເສີມ ການຜະລິດອາຫານ, ຢາ ແລະ ຜະລິຕະພັນການແພດ ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກ” ໄດ້ຈັດຂຶ້ນໃນວັນທີ 6 – 7 ຕຸລາ 2022 ທີ ໂຮງແຮມດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໄດ້ຮັບກຽດຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ມີຜູ້ແທນເຂົ້າຮ່ວມ ທັງຫມົດ ຈຳນວນ 147 ທ່ານ, (ເປັນຍິງ ຈຳນວນ 59 ທ່ານ) ເຊິ່ງມາຈາກພາກສ່ວນຕ່າງໆ ເຊັ່ນ: ພະນັກງານອະວຸໂສບໍານານ ອະດີດການນໍາຂອງກະຊວງສາທາລະນະສຸກ, ຫ້ອງການກະຊວງ, ກົມ, ສະຖານບັນ, ມະຫາວິທະຍາໄລ, ສູນ, ກອງ, ໂຮງໝໍຂັ້ນສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ແລະ ຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ເຊັ່ນ: ກົມຕໍາຫລວດສິ່ງແວດລ້ອມ, ກົມຕໍາຫລວດຄວບຄຸມ ແລະ ສະກັດກັ້ນຢາເສບຕິດ, ກົມເສນາຮັກ (ກະຊວງປ້ອງກັນຄວາມສະງົບ), ກົມເສນາຮັກ (ກະຊວງປ້ອງກັນຊາດ) ກະຊວງກົມບໍ່ແຮ່ (ກະຊວງພະລັງງານ ແລະ ບໍ່ແຮ່), ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ, ກົມຄຸ້ມຄອງອຸດສະຫະກໍາ ແລະ ຫັດຖະກຳ, ກົມການຄ້າພາຍໃນ, (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສື່ມວນຊົນ (ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ), ກົມພາສີ (ກະຊວງການເງິນ), ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້), ມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: WHO, UNFPA, UNDP WB, ADB, CHAI, UNICEF, FAO, EU ແລະ ພາກສ່ວນທຸລະກິດຜະລິດດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ. |
![]() |
|
ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ສະຫຼຸບລາຍງານຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານອາຫານ ແລະ ຢາ ໃນໄລຍະຜ່ານມາ 5 ປີ ຜ່ານມາຂອງສາຍງານອາຫານ ແລະ ຢາ (ຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຖອດຖອນບົດຮຽນ ແລະ ທິດທາງແຜນການໃນຕໍ່ໜ້າ); ແລກປ່ຽນບົດຮຽນໃນວຽກງານການຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ດຳເນີນທຸລະກິດ ເພື່ອສົນທະນາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ກ່ຽວກັບການພັດທະນາວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ. ຜ່ານການປະກອບຄຳຄິດເຫັນ ແລະ ສົນທະນາລວມໝູ່ ຂອງຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ທ່ານປະທານກອງປະຊຸມ ທ່ານ ປອ. ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມດັ່ງນີ້:
|
![]() |

