Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນກໍາມະກອນສາກົນ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ກອງປະຊຸມທົບທວນຍຸດທະສາດກາງສະໄໝວຽກງານພັດທະນາການຢາໂຮງໝໍ

ປະກາດວັນທີ: 26/02/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 26/02/2026 | ຜູ້ປັບປຸງ: Souksomkhuan Chanthamath

ກອງປະຊຸມທົບທວນການຈັດຕັ້ງປະຕິບັດຍຸດທະສາດກາງສະໄໝ ວຽກງານພັດທະນາການຢາໂຮງໝໍ

ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກາງສະໄໝຂອງຍຸດທະສາດການພັດທະນາການຢາໂຮງໝໍ 2021-2025 ແລະ ກໍານົດທິດທາງແຜນການ ຈັດຕັ້ງປະຕິບັດ ປີ 2026-2030 ໃນວັນທີ 25 ກຸມພາ 2026 ທີ່ ຫ້ອງປະຊຸມ ເຂື່ອນໄຟຟ້ານໍ້າງື່ມ-1 ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍ ການເປັນປະທານ ຂອງທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ເປັນຄະນະປະທານ.

ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມທົດທວນຄືນການຈັດຕັ້ງປະຕິບັດກາງສະໄໝຂອງຍຸດທະສາດການພັດທະນາການຢາໂຮງໝໍ 2021-2025 ແລະ ກໍານົດທິດທາງແຜນການ ຈັດຕັ້ງປະຕິບັດ ປີ 2026-2030 ໃນວັນທີ 25 ກຸມພາ 2026 ທີ່ ຫ້ອງປະຊຸມ ເຂື່ອນໄຟຟ້ານໍ້າງື່ມ-1 ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍ ການເປັນປະທານ ຂອງທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າຫ້ອງການກະຊວງສາທາລະນະສຸກ  ເປັນຄະນະປະທານ. ຈຸດປະສົງ ຂອງກອງປະຊຸມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ກາງສະໄໝຍຸດທະສາດການພັດທະນການຢາໂຮງໝໍ ປີ 2025-2030, ເພື່ອລາຍງານຜົນສໍາເລັດ, ຂໍ້ຄົງຄ້າງ-ສິ່ງທ້າທາຍ ແລະ ທິດທາງຕໍ່ໜ້າ ຂອງບັນດາພາກສ່ວນຕ່າງໆ ທີ່ໄດ້ມີສ່ວນຮ່ວມປະກອບສ່ວນຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ.

          ກອງປະຊຸມ ໄດ້ດໍາເນີນເປັນເວາ 2 ມື້ເຄິ່ງ, ໄດ້ມີການສະເໜີເອກະສານຈາກກົມອາຫານ ແລະ ຢາ ກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດຢຸດທະສາດກາງສະໄໝ, ການປະເມີນຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ວຽກງານພາລາທິການ ໂດຍສູນສະໜອງຢາ, ການພັດທະນາຍົກລະດັບຄາມຮູ້ຄວາມສາມາດຂອງພະນັກງານ. ກອງປະຊຸມຍັງໄດ້ແບ່ງໜ່ວຍຄົ້ນຄ້ວາ ບັນຫາຂໍ້ຄົງຄ້າງທີ່ບໍ່ບັນລຸຕົວຊີ້ບອກທີ່ຍັງບໍ່ທັນບັນລຸ ແລະ ມີຄວາມທ້າທາຍ ເພື່ອຊອກຫາວິທີການແກ້ໄຂໃນທິດທາງຕໍ່ໜ້າ ນໍາສະເໜີແລກປ່ຽນຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ມີປະໂຫຍດ.

          ຍຸດທະສາດການພັດທະນາການຢາໂຮງໝໍ  ມີກອບເວລາໃນການຈັດຕັ້ງປະຕິບັດ 10 ປີ ແຕ່ ປີ 2021-2030, ປະກອບດ້ວຍ 5 ຈຸດປະສົງຕົ້ນຕໍ ຄື: 1) ສ້າງຄວາມເຂົ້າໃຈກ່ຽວກັບການຢາໂຮງໝໍ; 2) ຍົກລະດັບຄວາມຮູ້, ຄວາມສາມາດຂອງເພສັຊສະກອນ ແລະ ເພສັຊສະກອນຊ່ວຍໂຮງໝໍ; 3) ປັບປຸງ ແລະ ພັດທະນາວຽກງານການຢາໂຮງໝໍໃຫ້ດີຂຶ້ນ; 4) ປັບປຸງໂຄງລ່າງພື້ນຖານໃຫ້ໄດ້ມາດຕະຖານ ແລະ ພັດທະນາເຄື່ອງມືຊ່ວຍໃນການເຮັດວຽກໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ແລະ 5) ປັບປຸງໂຄງລ່າງພື້ນຖານໃຫ້ໄດ້ມາດຕະຖານ ແລະ ພັດທະນາເຄື່ອງມືຊ່ວຍໃນການເຮັດວຽກໃຫ້ມີປະສິດທິຜົນ ແລະ ປະສິດທິພາບ.

ວຽກງານການຢາໂຮງໝໍ ແມ່ນລະບົບໜຶ່ງທີ່ມີຄວາມສໍາຄັນຂອງລະບົບບໍລິການຮັກສາສຸຂະພາບຂອງໂຮງໝໍ ສະໜັບສະໜູນ ເພື່ອໃຫ້ບັນລຸນະໂຍບາຍ 5 ດີ 1 ພໍໃຈ ລວມທັງ ການກັນເປັນໂຮງໝໍກຸ້ມຕົນເອງ ຂອງກະຊວງສາທາລະນະສຸກ.

   
← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA