ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດການແກ້ໄຂກໍລະນີການເບື່ອອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ
ປະກາດວັນທີ: 03/04/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 03/04/2026 | ຜູ້ປັບປຸງ: Souksomkhuan Chanthamath
ກອງປະຊຸມການທົບທວນຄືນການຈັດຕັ້ງປະຕິບັດມາດຕະການໂຕ້ຕອບເຫດການເບື່ອອາຫານ ແລະ ເຄື່ອງດື່ມ ຢູ່ ສປປ ລາວ ຢູ່ທີ່ ປະຊຸມໂຮງແຮມ ເດີແກຣນລີເວີຊາຍ2 ,ເມືອງວັງວຽງ, ແຂວງວຽງຈັນ 1-3 ເມສາ 2026, ໂດຍການເປັນປະທານຂອງທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາ ຫານ ແລະ ຢາ ແລະ ທ່ານ ນາງ ສົມປະສົງ ພົງພິລາ ຜູ້ບໍລິຫານໂຄງການ “ສ້າງຄວາມເຂັ້ມແຂງໃນການຕອບໂຕ້ດ້ານຄວາມປອດໄພ ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຂອງ ສປປ ລາວ” ສະໜັບສະໜູນໂດຍ ລັດຖະບານ ອົດສະຕຼາລີ ໂດຍຜ່ານ ອົງການ CHAI ປະຈໍາ ສປປ ລາວ.
|
ກອງປະຊຸມການທົບທວນຄືນການຈັດຕັ້ງປະຕິບັດມາດຕະການໂຕ້ຕອບເຫດການເບື່ອອາຫານ ແລະ ເຄື່ອງດື່ມ ຢູ່ ສປປ ລາວ ຢູ່ທີ່ ປະຊຸມໂຮງແຮມ ເດີແກຣນລີເວີຊາຍ2 ,ເມືອງວັງວຽງ, ແຂວງວຽງຈັນ 1-3 ເມສາ 2026, ໂດຍການເປັນປະທານຂອງທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາ ຫານ ແລະ ຢາ ແລະ ທ່ານ ນາງ ສົມປະສົງ ພົງພິລາ ຜູ້ບໍລິຫານໂຄງການ “ສ້າງຄວາມເຂັ້ມແຂງໃນການຕອບໂຕ້ດ້ານຄວາມປອດໄພ ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຂອງ ສປປ ລາວ” ສະໜັບສະໜູນໂດຍ ລັດຖະບານ ອົດສະຕຼາລີ ໂດຍຜ່ານ ອົງການ CHAI ປະຈໍາ ສປປ ລາວ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມາຈາກ ກົມປິ່ນປົວ, ກົມຄວບຄຸມພະຍາດຕິດຕໍ່, ກົມອານາໄມ–ກັນພະຍາດ, ກົມສືບສວນ–ສອບສວນ (ປກສ), ກົມຕຳຫຼວດສິ່ງແວດລ້ອມ, ຕາງໜ້າສະຖານທູດອົດສະຕຣາລີ, ສູນຄວາມເປັນເລີດ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນວິເຄາະ ແລະ ລະບາດວິທະຍາ, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ໂຮງໝໍມະໂຫສົດ, ມິດຕະພາບ, ເຊດຖາທິລາດ ແລະ ໂຮງໝໍ 103 ກອງທັບ, ອາຫານ ແລະ ຢາແຂວງວຽງຈັນ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ, ຫ້ອງການປົກຄອງເມືອງວັງວຽງ, ຖະແຫຼງຂ່າວ ທ່ອງທ່ຽວ, ໜ່ວຍງານອາຫານ ແລະ ຢາ, ໜ່ວຍງານລະບາດ, ໜ່ວຍງານອະນາໄມ ທັງໜົດ 45 ທ່ານ. ຈຸດປະສົງຂອງປະຊຸມໃນຄັ້ງນີ້ເພືື່ອທົບທວນຄືນຜົນການຈັດຕັ້ງປະຕິບັດທີ່ເຮັດໄດ້ດີ ແລະ ສິ່ງທ້າທາຍທີ່ພົບ ໃນໄລຍະການໂຕ້ຕອບຕໍ່ເຫດການເບື່ອອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ, ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານອາຫານ ແລະ ຢາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຮັບມື ແລະ ໂຕ້ຕອບການເບື່ອອາຫານ, ເປັນບ່ອນອີງໃນການປັບປຸງກົນໄກການປະສານງານ, ກຳນົດຍຸດທະສາດ ແລະ ກິດຈະກຳທີ່ເປັນບຸລິມະສິດໃນການເສີມສ້າງຂີດຄວາມອາດສາມາດດ້ານວິຊາການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອເພີ່ມປະສິດທິພາບໃນການເຝົ້າລະວັງ ແລະ ໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກ. ໃນກອງປະຊຸມໄດ້ມີການນຳສະເໜີພາບລວມກ່ຽວກັບວຽກງານຄຸ້ມຄອງ ແລະ ການໂຕ້ຕອບການເບື່ອອາຫານ ແລະ ເຄື່ອງດື່ມ, ພາບລວມການເຝົ້າລະວັງ ແລະ ໂຕ້ຕອບ ກ່ຽວກັບເຫດການເບື່ອອາຫານ ແລະ ເຄື່ອງດື່ມໃນທົ່ວປະເທດ ປະຈຳປີ 2025, ການຄວບຄຸມພະຍາດຕິດຕໍ່ ແລະ ຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກໃນ ສປປ ລາວ ແລະ ວິທີຈັດຕັ້ງປະຕິບັດທົບທວນຄືນພາຍຫຼັງສີ້ນສຸດການລະບາດ/ເຫດການ ແລະ ສະເໜີບົດຮຽນການຄຸ້ມຄອງ ແລະ ມາດຕະການໂຕ້ຕອບເຫດການເບື່ອອາຫານຈາກປະເທດໄທ. ນອກນັ້ນກໍ່ໄດ້ມີການສົນທະນາ ແລະ ແບ່ງກຸ່ມຄົ້ນຄ້ວາການແຜນການຈັດຕັ້ງປະຕິບັດການໂຕ້ຕອບເຫດການເບື່ອອາຫານ, ເຄື່ອງດື່ມ ລວມທັງເຄື່ອງດື່ມທີ່ມີທາດຫຼົ້າ. ເພື່ອສ້າງຄວາມເຂັ້ມແຂງຂອດປະສານງານຂອງແຕ່ລະຂະແໜງ ແລະ ສາມາດກຳນົດໄດ້ແຜນການຕອບໂຕ້ ເຫດການ ການເບື່ອອາຫານ ແລະ ເຄື່ອງດື່ມລວມທັງເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ສາມາດຈັດຕັ້ງປະຕິບັດໄດ້ດີກ່ວາເກົ່າ ໃນຕໍ່ໜ້າ.
|

