Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນກໍາມະກອນສາກົນ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນຊາດທີ 2 ທັນວາ ໝັ້ນຍືນ

ຮັບນັກສຶກສາພາກວິຊາການຢາພື້ນເມືອງ ລົງຝຶກງານຢູ່ ກົມອາຫານ ແລະ ຢາ

ປະກາດວັນທີ: 09/04/2026 | ຜູ້ປະກາດ: Phouthavanh Inlorkham
ປັບປຸງວັນທີ: 09/04/2026 | ຜູ້ປັບປຸງ: Souksomkhuan Chanthamath

ຮັບນັກສຶກສາພາກວິຊາການຢາພື້ນເມືອງ ລົງຝຶກງານຢູ່ ກົມອາຫານ ແລະ ຢາ

ໃນວັນທີ 6 ເມສາ 2026 ທີ່ ກົມອາຫານ ແລະ ຢາ ໄດ້ຈັດພິທີຮັບນັກສຶກສາພາກວິຊາການຢາພື້ນເມືອງ ປີທີ 5, ຮຸ້ນ ທີ່ 5 ລົງມາຝຶກງານທີ່ ກົມອາຫານ ແລະ ຢາ ລະຫວ່າງ  ເດືອນ ເມສາ ຫາ ກໍລະກົດ. ນໍາສົ່ງນັກສຶກສາລົງຝຶກງານຄັ້ງນີ້  ໂດຍທ່ານ ປອ ດຣ. ນ. ຈິ້ວບົວຟອງ ຜາແກ້ວວິໄລ ຮອງຫົວໜ້າພາກວິຊາການຢາພື້ນເມືອງ. ການຕ້ອນຮັບນັກສຶກສາລົງຝຶກງານຄັ້ງນີ້ ເປັນກຽດໂດຍທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ບັນດາຫົວໜ້າພະແນກ ຮອງພະແນກການຕ່າງໆ ພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານຫົວໜ້າກົມ ໄດ້ກ່າວມີຄໍາເຫັນ ໂດຍຍົກໃຫ້ເຫັນພາລະບົດບາດໜ້າທີ່ ຂອງກົມອາຫານ ແລະ ຢາ ໂດຍຫຍໍ້ ຊຶ່ງເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ. ສະນັ້ນ ນັກສຶກສາທີ່ລົງມາຝຶກງານຢູ່ກົມອາຫານ ແລະ ຢາ ໃນຄັ້ງນີ້ ຈະເປັນໂອກາດທີ່ດີ ທີ່ຈະໄດ້ຮຽນຮູ້ລະບົບການຄຸ້ມຄອງຂອງຂັ້ນມະຫາພາກ ກ່ຽວກັບວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນ ສປປ ລາວ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA