ກອງປະຊຸມປຶກສາຫາລືວຽກງານການຄຸ້ມຄອງ ແລະ ອະນຸລັກຊັບພະຍາກອນທີ່ເປັນຢາ
ປະກາດວັນທີ: 13/05/2026 | ຜູ້ປະກາດ: Phouthavanh Inlorkham
ປັບປຸງວັນທີ: 13/05/2026 | ຜູ້ປັບປຸງ: Phouthavanh Inlorkham
ວັນທີ 12 ພຶດສະພາ 2026, ກົມອາຫານ ແລະ ຢາ ສົມທົບກັບ ສະມາຄົມອະນຸລັກຢາພື້ນເມືອງ ໄດ້ຈັດກອງປະຊຸມປຶກສາ ຫາລືການຄຸ້ມຄອງ ແລະ ອະນຸລັກຊັບພະຍາກອນທີ່ເປັນຢາ ທີ່ຫ້ອງການກະຊວງ, ໂດຍການເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ. ນ. ວິພາວັນ ພົມວິຫານ ປະທານກິຕິມະສັກ ສະມາຄົມອານຸລັກຢາພື້ນເມືອງລາວ ເປັນປະທານຮ່ວມ.
ກອງປະຊຸມໄດ້ມີພາກສ່ວນຕ່າງໆເຂົ້!ຮ່ວມ ເປັນຕົ້ນ ກົມອາຫານ ແລະ ຢາ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກົມເສນາຮັກ ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າສະມາຄົມອານຸລັກຢາພື້ນເມືອງລາວ ແລະ ວິຊາການທີ່ກ່ຽວຂ້ອງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທີ່ເປັນຢາ ໂດຍສະເພາະ ຂອດການປະສານງານຂອງຂະແໜງການທີ່ກ່ຽວຂ້ອງໃນການອະນຸຍາດ ຂຸດຄົ້ນ, ເກັບຊື້ ລວມທັງຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຕາມລະບຽບກົດໝາຍ ເພື່ອສົ່ງເສີມຈຸດດີ ແລະ ແກ້ໄຂສິ່ງ ທ້າທາຍ ໃນວຽກງານຊັບພະຍາກອນທີ່ເປັນຢາ ສຸມໃສ່ພັດທະນາການແພດພື້ນເມືອງໃຫ້ ມີວິທະຍາສາດ, ທັນສະໄໝ ແລະ ສາມາດສົມທົບກັບການແພດສະໄໝໃໝ່ ເຂົ້າໃນການບໍລິການສາທາລະນະສຸກ ແລະ ເພື່ອຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.
ກອງປະຊຸມໄດ້ຮັບການປະກອບຄໍາຄິດເຫັນຢ່າງກວ້າງຂວາງ ແລະ ສ້າງສັນ ເພື່ອໃຫ້ແຕ່ລະພາກສ່ວນໄດ້ພ້ອມກັນຈັດຕັ້ງປະຕິບັດ ໂດຍສະເພາະການປະສານງານຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ຕາມທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮຽກຮ້ອງໃຫ້ຢຸດເຊົາການຂຸດຄົ້ນແບບຊະຊາຍ ແລະ ຮີບຮ້ອນຊອກຫາວິທີການຄຸ້ມຄອງທີ່ເໝາະສົມ ເພື່ອອະນຸລັກຊັບພະຍາກອນທຳມະຊາດ ແລະ ພັດທະນາຢາພື້ນເມືອງລາວໃຫ້ກາຍເປັນເສດຖະກິດ ຕາມເປົ້າໝາຍການພັດທະນາແບບຍືນຍົງ.
