Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນທີ 1 ພຶດສະພາ ຄົບຮອບ 140 ປີ ຢ່າງສຸດໃຈ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ນໍ້າໃຈວັນທີ 1 ພຶດສະພາ ໝັ້ນຍືນ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນຊາດທີ 2 ທັນວາ ໝັ້ນຍືນ ກໍາມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ

ປຸກລະດົມຂົນຂວາຍ ໃຫ້ແກ່ສາທາລະນະຊົນຮັບຮູ້ ແລະ ເຂົ້້າໃຈຕໍ່ກັບໄພອັນຕະລາຍ ແລະ ຜົນຮ້າຍຈາກການບໍລິໂພກສິ່ງເສບຕິດ

ປະກາດວັນທີ: 03/06/2026 | ຜູ້ປະກາດ: Souksomkhuan Chanthamath

ໃນວັນທີ 3 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ ໂຮງໝໍມິດຕະພາບ ໄດ້ມີການຈັດກອງປະຊຸມສໍາມະນາການໂຄສະນາ ເຜີຍແຜ່ ແລະ ປຸກລະດົມຂົນຂວາຍ ໃຫ້ແກ່ສາທາລະນະຊົນຮັບຮູ້ ແລະ ເຂົ້້າໃຈຕໍ່ກັບໄພອັນຕະລາຍ ແລະ ຜົນຮ້າຍຈາກການບໍລິໂພກສິ່ງເສບຕິດ ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ

ໃນວັນທີ 3 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ ໂຮງໝໍມິດຕະພາບ ໄດ້ມີການຈັດກອງປະຊຸມສໍາມະນາການໂຄສະນາ ເຜີຍແຜ່ ແລະ ປຸກລະດົມຂົນຂວາຍ ໃຫ້ແກ່ສາທາລະນະຊົນຮັບຮູ້ ແລະ ເຂົ້້າໃຈຕໍ່ກັບໄພອັນຕະລາຍ ແລະ ຜົນຮ້າຍຈາກການບໍລິໂພກສິ່ງເສບຕິດ ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຫ້ອງການ ກົມ ອະທິການບໍດີ ສູນ ສະຖາບັນ ໂຮງໝໍ ໂຮງງານຜະລິດຢາອ້ອມຂ້າງກະຊວງ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ອົງການຄູ່ຮ່ວມພັດທະນາ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ເພື່ອມຸ່ງເນັ້ນການຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳ ເພື່ອສ້າງຈິດສຳນຶກໃຫ້ແກ່ ພະນັກງານ-ລັດຖະກອນ ສາທາລະນະຊົນ ແລະ ນັກສຶກສາ ໃຫ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບໄພອັນຕະລາຍ ແລະ ຜົນຮ້າຍຕໍ່ສຸຂະພາບຈາກການບໍລິໂພກສິ່ງເສບຕິດ ເພື່ອຫັນປ່ຽນທັດສະນະຄະຕິຂອງສັງຄົມ ທີ່ເຄີຍຄິດວ່າວຽກງານຢາເສບຕິດເປັນພຽງໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ກາຍເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນ ເພື່ອປົກປ້ອງກຸ່ມໄວໜຸ່ມທີ່ຈະກາຍເປັນກຳລັງແຮງ ແລະ ໜໍ່ແໜງສືບທອດພາລະກິດຂອງຊາດ.

ໃນກອງປະຊຸມ ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ສຳຄັນ ຂອງກະຊວງສາທາລະນະສຸກ ໃນໄລຍະຜ່ານມາ ເຊັ່ນ: ສ້າງ ແລະ ປັບປຸງນິຕິກຳເປັນບ່ອນອີງ ລົງຊຸກຍູ້ຕິດຕາມການນຳໃຊ້ ແລະ ເກັບຮັກສາສານເຄມີຄວບຄຸມຢູ່ບັນດາໂຮງງານ ແລະ ບໍລິສັດນຳເຂົ້າ ລວມທັງການຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນເກັບກຳຂໍ້ມູນຕົ້ນກະທ້ອມ ຢູ່ນະຄອນຫຼວງວຽງຈັນ ເຜີຍແຜ່ຜົນດີ-ຜົນຮ້າຍ ຂອງສິ່ງເສບຕິດທີ່ຜິດກົດໝາຍທີ່ພວມເປັນກະແສ ເຊັ່ນ: ຕົ້ນກະທ້ອມ ນີຕັດອອກໄຊ (ແກັດຫົວ) ແລະ ຄຼໍລາເຈັ້ນ ດຳເນີນການຂໍໂຄຕ້າ ແລະ ລາຍງານການນຳເຂົ້າຢາຄວບຄຸມພິເສດ ໃຫ້ແກ່ອົງການຄວບຄຸມຢາເສບຕິດສາກົນ (INCB) ຢ່າງຮັດກຸມ ພ້ອມທັງໄດ້ຊ່ວຍເຫຼືອເຈົ້າໜ້າທີ່ຕຳຫຼວດ ວິໄຈຕົວຢ່າງຢາເສບຕິດ ໂດຍບໍ່ເກັບຄ່າທໍານຽມ ຕັ້ງແປີ 2015-2023 ຈຳນວນ 2.610 ຕົວຢ່າງ ລວມເປັນມູນຄ່າຈໍານວນ ທັງໝົດ 3.098.070.000 ກີບ.

ຍ້ອນສະພາບພູມສາດຂອງ ສປປ ລາວ ທີ່ມີຊາຍແດນຕິດຈອດກັບຫຼາຍປະເທດ ເຮັດໃຫ້ກາຍເປັນທາງຜ່ານຂອງການລັກລອບຂົນສົ່ງສິ່ງເສບຕິດ ທ່ານປະທານກອງປະຊຸມ ຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ນຳເອົາເນື້ອໃນອັນຊັດເຈນຈາກການສຳມະນາຄັ້ງນີ້ ໄປຜັນຂະຫຍາຍ ແລະ ໂຄສະນາຕໍ່ຢ່າງກວ້າງຂວາງ ເພື່ອສ້າງສະຕິຕື່ນຕົວໃຫ້ແກ່ສັງຄົມຢ່າງທົ່ວເຖິງ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA