Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນທີ 1 ພຶດສະພາ ຄົບຮອບ 140 ປີ ຢ່າງສຸດໃຈ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ນໍ້າໃຈວັນທີ 1 ພຶດສະພາ ໝັ້ນຍືນ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນຊາດທີ 2 ທັນວາ ໝັ້ນຍືນ ກໍາມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ

ການຢ້ຽມຢາມຄະນະກວດກາອາຫານ ແລະ ຢາ ຢູ່ດ່ານຊາຍແດນສາກົນ

ປະກາດວັນທີ: 03/06/2026 | ຜູ້ປະກາດ: Phouthavanh Inlorkham
ປັບປຸງວັນທີ: 03/06/2026 | ຜູ້ປັບປຸງ: Phouthavanh Inlorkham

ເພສັດຊະກອນ ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ.

ທີ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 25-27 ພຶດສະພາ 2026, ຄະນະຜູ້ແທນຈາກ ສປປ ລາວ      ໄດ້ເດີນທາງຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ ອາຫານ ແລະ ຢາ ທີ່ສຳນັກງານ ຄະນະກຳມະການອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຫ່ງ ຣາຊະອານາຈັກໄທ ນໍາໂດຍທ່ານ ເພສັດຊະກອນ ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ. ຈຸດປະສົງ ແມ່ນເພື່ອສຶກສາເບິ່ງວຽກງານການຄຸ້ມຄອງອາຫານ ແລະ ຢາ ໂດຍສະເພາະ ວຽກງານ ກວດກາຫຼັງການອະນຸຍາດ (Post-Market Inspection) ແລະ ການກວດກາອະນຸຍາດນໍາເຂົ້າຢູ່ດ່ານ. ຄະນະຜູ້ແທນຢ້ຽມຢາມຄັ້ງນີ້ ມີຕາງໜ້າຈາກພາສ່ວນຕ່າງໆ ເປັນຕົ້ນ ຫ້ອງການກະຊວງ, ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ ແລະ ຄະນະຄຸ້ມຄອງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1.

ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນລາວ ໂດຍ ທ່ານ ສຸພັດຕຣາ ບຸນເສີມ ເລຂາທິການຄະນະກຳມະການອາຫານ ແລະ ຢາ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍກອງ ຕ່າງໆ ຂອງຄະນະກໍາມະການອາຫານ ແລະ ຢາ. ຄະນະຜູ້ແທນ    ຝ່າຍລາວ ໄດ້ຮັບຟັງການສະເໜີ ແລະ ແລກປ່ຽນ ບົດຮຽນຢ່າງຮອບດ້ານ ກ່ຽວກັບການກວດກາ ຫຼັງການອະນຸຍາດ ເປັນຕົ້ນ ລະບົບການກວດກາຜະລິດຕະພັນ ອີງໃສ່ຫຼັກການບໍລິຫານຄວາມສ່ຽງ, ກວດກາຕາມແຜນກວດກາ ຄວາມສ່ຽງ ທີ່ໄດ້ກໍານົດ ລວມທັງ ເຝົ້າລະວັງການໂຄສະນາຜະລິດຕະພັນ ອາຫານ, ຢາ, ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ.

ຄະນະຜູ້ແທນຝ່າຍລາວ ໄດ້ມີໂອກາດ ລົງຢ້ຽມຢາມ ເບິ່ງສະຖານທີ່ກວດກາຕົວຈິງ ທີ່ດ່ານສາກົນແຫຼມສະບັງ ເຊິ່ງເປັນດ່ານທ່າເຮືອທີ່ໃຫຍ່ທີ່ສຸດຂອງໄທ, ໄດ້ສຶກສາ ແລະ ເບິ່ງການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຂັບເຄື່ອນວຽກງານກວດກາ ແລະ ເຝົ້າລະວັງສິນຄ້າທີ່ດ່ານຊາຍແດນ ເພື່ອຍົກລະດັບປະສິດທິພາບໃນການຄຸ້ມຄອງສິນຄ້າໃຫ້ມີຄວາມປອດໄພ ແລະ ມີມາດຕະຖານສາກົນ.

ການຢ້ຽມຢາມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຂອງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (LMC), ໂດຍມີເປົ້າໝາຍສຳຄັນເພື່ອສົ່ງເສີມການ      ເຊື່ອມໂຍງ ແລະ ຄວາມກົມກຽວໃນການກວດກາສິນຄ້າປະເພດອາຫານ ແລະ ຢາ ສຳລັບການນຳເຂົ້າ-ສົ່ງອອກ ແລະ ຜ່ານດ່ານຊາຍແດນສາກົນ.

ການຢ້ຽມຢາມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດກາອາຫານ ແລະ ຢາ ຢູ່ດ່ານຊາຍແດນ, ເປັນການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ ແລະ ເປັນການເສີມສ້າງສາຍພົວພັນຮ່ວມມືລະຫວ່າງໄທ-ລາວ, ເຊິ່ງຈະເປັນພື້ນຖານ ອັນແຂງແຮງ ໃນການອຳນວຍຄວາມສະດວກດ້ານການຄ້າ, ຫຼຸດຜ່ອນຂັ້ນຕອນທີ່ຊັກຊ້າ ບົນພື້ນຖານການຮັບປະກັນຄວາມປອດໄພດ້ານ ອາຫານ ແລະ ຢາ ເພື່ອປົກປ້ອງ ປະຊາຊົນຂອງ ທັງສອງປະເທດ.

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA