Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນທີ 1 ພຶດສະພາ ຄົບຮອບ 140 ປີ ຢ່າງສຸດໃຈ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ນໍ້າໃຈວັນທີ 1 ພຶດສະພາ ໝັ້ນຍືນ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນຊາດທີ 2 ທັນວາ ໝັ້ນຍືນ ກໍາມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ

ສະເຫຼີມສະຫຼອງ ວັນອາຫານປອດໄພໂລກ (World Food Safety’s Day) 2026

ປະກາດວັນທີ: 05/06/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 05/06/2026 | ຜູ້ປັບປຸງ: Souksomkhuan Chanthamath

ອາຫານບໍ່ແມ່ນພຽງແຕ່ສິ່ງທີ່ຫຼໍ່ລ້ຽງຊີວິດເທົ່ານັ້ນ ແຕ່ຍັງເປັນພື້ນຖານຂອງສຸຂະພາບ, ການພັດທະນາສັງຄົມ ແລະ ເສດຖະກິດ. ຖ້າອາຫານບໍ່ປອດໄພ ອາດຈະປົນເປື້ອນດ້ວຍເຊື້ອຈຸລິນຊີ, ສານເຄມີ, ສານພິດຕາມທໍາມະຊາດ, ໂລຫະໜັກ ຫຼື ວັດຖຸແປກປອມ ຊຶ່ງສາມາດກໍ່ໃຫ້ເກີດຜົນກະທົບຕໍ່ສຸຂະພາບ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ຄວາມປອດໄພດ້ານອາຫານ ຍັງກ່ຽວພັນກັບຄວາມໝັ້ນຄົງດ້ານອາຫານ, ການຄ້າ, ການທ່ອງທ່ຽວ, ການສົ່ງອອກ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ອາຫານບໍ່ແມ່ນພຽງແຕ່ສິ່ງທີ່ຫຼໍ່ລ້ຽງຊີວິດເທົ່ານັ້ນ ແຕ່ຍັງເປັນພື້ນຖານຂອງສຸຂະພາບ, ການພັດທະນາສັງຄົມ ແລະ ເສດຖະກິດ. ຖ້າອາຫານບໍ່ປອດໄພ ອາດຈະປົນເປື້ອນດ້ວຍເຊື້ອຈຸລິນຊີ, ສານເຄມີ, ສານພິດຕາມທໍາມະຊາດ, ໂລຫະໜັກ ຫຼື ວັດຖຸແປກປອມ ຊຶ່ງສາມາດກໍ່ໃຫ້ເກີດຜົນກະທົບຕໍ່ສຸຂະພາບ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ຄວາມປອດໄພດ້ານອາຫານ ຍັງກ່ຽວພັນກັບຄວາມໝັ້ນຄົງດ້ານອາຫານ, ການຄ້າ, ການທ່ອງທ່ຽວ, ການສົ່ງອອກ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ໃນວັນທີ 5 ມິຖຸນາ ທີ່ ຫ້ອງປະຊຸມ ໂຮງແຮມ ລາວ ພລາຊາ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະເຫຼີມສະຫຼອງ ວັນອາຫານປອດໄພໂລກ (World Food Safety’s Day) ໂດຍການເປັນທານ ຂອງທ່ານ ປອ. ດຣ. ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ດຣ. ນາງ ຄຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO) ແລະ ທ່ານ ດຣ. ນາງ ຊາໂຕໂກະ ໂອຊຶ ຕາງໜ້າຈາກອົງການອະນາໄມໂລກປະຈໍາ ສປປ ລາວ. ມີຄະນະກົມ, ຄະນະສູນ, ຄະນະສະຖານບັນ ຈາກກະຊວງສາທາລະນະສຸກ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ການກິລາ, ພາກສ່ວນອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການດ້ານອາຫານ. ການສະເຫຼີມສະຫຼອງວັນອາຫານປອດໄພໃນປີ 2026 ນີ ພາຍໃຕ້ຄໍາຂວັນ “ຈາກບັນຫາ ສູ່ການແກ້ໄຂ - ເພື່ອໃຫ້ມີອາຫານປອດໄພຢູ່ທຸກແຫ່ງ

ກອງປະຊຸມ ໄດ້ຮັບການຝັງການນໍາສະເໜີຄວາມເປັນມາ ແລະ ຄວາມສໍາຄັນຂອງ ວັນ ສະເຫຼີມສະຫຼອງອາຫານປອດໄພ ໃນວັນທີ 7 ມິຖຸນາ. ການຈັດຕັ້ງປະຕິບັດການສະເຫຼີມສະຫຼອງວັນດັ່ງກ່າວ ໃນ ປປ ລາວ ໃນແຕ່ລະປີ. ການສະເໜີບົດກ່ຽວກັບໂຄງການ One Health for Food Safety ຊຶ່ງເປັນໂຄງການ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອາຫານປອດໄພ ນໍາໃຊ້ລະບົບການບໍລິຫານຄວາມສ່ຽງ ເຂົ້າໃນວຽງການ, ການສະເໜີການປະເມີນຈາກພາຍນອກ ກ່ຽວກັບຄວາມອາດສາມາດ ພາຍໃຕ້ຫຼັກການລະບຽບການສາກົນ. ການແລກປ່ຽນບົດຮຽນການຄຸ້ມຄອງຂອງແຕ່ລະພາກສ່ວນ ເຊັ່ນ: ກົມອາຫານ ແລະ ຢາ, ກົມລ້ຽງສັດ ແລະ ການປະໂມງ ແລະ ຂະແໜງປູກຝັງ. ກອງປະຊຸມ ຄັ້ງນີ້ ຍັງໄດ້ຈັດໃຫ້ມີການສົນທະນາ Panell discussion ໂດຍມີຜູ້ຊ່ຽວຊານຂອງຂະແໜງການຕ່າງໆ ທີ່ກ່ຽວຂ້ອງກັບ ອາຫານປອດໄພ ເຂົ້າຮ່ວມ ສົນທະນາ.

ກອງປະຊຸມ ສະເຫຼີມສະຫຼອງວັນອາຫານປອດ ແມ່ນໄດ້ຮັບການສະໜັບສະໜູນຈາກ ກະຊວງຄວາມປອດໄພຂອງອາຫານ ແລະ ຢາ ສປ ເກົາຫຼີ, ອົງການ ອາຫານ ແລະ ການກະເສດ ແລະ ອົງການອະນາໄມໂລກ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA