ກອງປະຊຸມ Mekong CREATES Agrifood Systems Forum 2026 ຕັ້ງໜ້າຍົກລະດັບລະບົບອາຫານປອດໄພໃນ ສປປ ລາວ
ປະກາດວັນທີ: 18/06/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 18/06/2026 | ຜູ້ປັບປຸງ: Phouthavanh Inlorkham
ໃນວັນທີ 16 ມິຖຸນາ 2026 ທີ່ຫ້ອງປະຊຸມ ຂອງ ໂຮງແຮມສຸພັດຕາ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮ່ວມກັບ ສະຖາບັນຄວາມ ຮ່ວມມືເພື່ອພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Institute) ໄດ້ຈັດກອງປະຊຸມສຳມະນາ Mekong CREATES Agrifood Systems Forum 2026 Lao PDR ພາຍໃຕ້ຄໍາຂວັນ “From Burden to Solutions: Advancing Safe Agrifood Systems in the Lao PDR” ເພື່ອເປັນເວທີໃຫ້ພາກລັດ, ພາກເອກະຊົນ, ນັກວິຊາການ, ຜູ້ຜະລິດ, ຜູ້ປະກອບການ, ພາກສ່ວນພັດທະນາ ແລະ ສະມາຊິກ Mekong CREATES alumni ໄດ້ມາພົບປະ, ແລກປ່ຽນປະສົບການ, ຮຽນຮູ້ບົດຮຽນ ແລະ ຮ່ວມກັນຊອກຫາທາງອອກໃນການພັດທະນາລະບົບກະສິກຳ-ອາຫານທີ່ປອດໄພ, ເຂັ້ມແຂງ ແລະ ຍືນຍົງ.
ຈຸດປະສົງ ຂອງການຈັດປະຊຸມຄັ້ງນີ້ ແມ່ນເພື່ອສ້າງການຫັນປ່ຽນຈາກ “ການຮັບຮູ້ບັນຫາ” ໄປສູ່ “ການສ້າງທາງອອກ” ທີ່ສາມາດປະຕິບັດໄດ້ຈິງ, ຂະຫຍາຍຜົນໄດ້ ແລະ ສອດຄ່ອງກັບບໍລິບົດຂອງ ສປປ ລາວ. ກອງປະຊຸມຍັງເນັ້ນໃສ່ການສ້າງເຄືອຂ່າຍຄວາມຮ່ວມມື, ການແບ່ງປັນນະວັດຕະກຳ ແລະ ບົດຮຽນຈາກວຽກງານ ຕົວຈິງ ເພື່ອນຳໄປສູ່ການຍົກລະດັບມາດຕະຖານອາຫານປອດໄພ, ການພັດທະນາຕ່ອງໂສ້ອາຫານທີ່ຍືນຍົງ ແລະ ການເພີ່ມຄວາມເຊື່ອໝັ້ນຕໍ່ສິນຄ້າອາຫານລາວ ທັງໃນຕະຫຼາດ ພາຍໃນ ແລະ ພາກພື້ນ.
ໃນການກ່າວເປີດກອງປະຊຸມ, ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ໄດ້ເນັ້ນວ່າ ລະບົບກະສິກຳ ແລະ ອາຫານໃນອະນຸພາກພື້ນລຸ່ມ ແມ່ນ້ຳຂອງ ກຳລັງປ່ຽນແປງຢ່າງໄວ ຈາກການຂະຫຍາຍຕົວຂອງຕົວເມືອງ, ການຄ້າຂ້າມແດນ ແລະ ຜົນກະທົບຈາກສະພາບອາກາດປ່ຽນແປງ. ຂະນະດຽວກັນ ຄວາມສ່ຽງດ້ານອາຫານ ກໍມີຄວາມສັບຊ້ອນຂຶ້ນ ນັບແຕ່ ການຜະລິດ, ການແປຮູບ, ການຈຳໜ່າຍ ໄປຈົນເຖິງການບໍລິໂພກ. ບັນຫາສຳຄັນທີ່ຕ້ອງຮ່ວມກັນຮັບມື ປະກອບມີ ພະຍາດທີ່ເກີດຈາກອາຫານ, ການປົນເປື້ອນທາງຈຸລະຊີບ ແລະ ສານເຄມີ, ສານຕົກຄ້າງ, ພະຍາດສັດຕິດສູ່ຄົນ, ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ ແລະ ຂໍ້ຈຳກັດດ້ານການເຝົ້າລະວັງ, ຫ້ອງວິເຄາະ ແລະ ການປະສານງານລະຫວ່າງຂະແໜງການ.
ກອງປະຊຸມນີ້ຈຶ່ງໃຫ້ຄວາມສຳຄັນກັບແນວຄິດ One Health ຫຼື “ສຸຂະພາບໜຶ່ງດຽວ” ຊຶ່ງເຫັນວ່າ ຄວາມປອດໄພອາຫານ ເຊື່ອມໂຍງໂດຍກົງກັບສຸຂະພາບຄົນ, ສຸຂະພາບສັດ ແລະ ສິ່ງແວດລ້ອມ. ດັ່ງນັ້ນ ການແກ້ໄຂບັນຫາຈຶ່ງຕ້ອງອາໄສການຮ່ວມມືຈາກຫຼາຍຂະແໜງການ ຕັ້ງແຕ່ການຜະລິດ, ການກວດກາ, ການວິເຄາະ, ການຄຸ້ມຄອງ, ການສື່ສານຄວາມສ່ຽງ ໄປຈົນເຖິງການສ້າງຄວາມຮູ້ໃຫ້ຜູ້ບໍລິໂພກ.
ພາຍໃນງານ ມີກິດຈະກຳສຳຄັນ ເຊັ່ນ CREATES Solutions Library, ການນຳສະເໜີບົດຮຽນຈາກ alumni, ການແລກປ່ຽນ “Big Wins and Hard Lessons” ແລະ ການວາງແຜນຮ່ວມກັນໃນຕໍ່ໜ້າ. ກິດຈະກຳເຫຼົ່ານີ້ຖືເປັນກົນໄກສຳຄັນໃນການຕໍ່ຍອດຄວາມຮູ້ຈາກການຝຶກອົບຮົມ ໄປສູ່ການຂະຫຍາຍຜົນ, ການລະດົມຊັບພະຍາກອນ ແລະ ການສ້າງພັນທະມິດໃໝ່ໆ.
ຄາດວ່າ ຜົນໄດ້ຮັບຈາກກອງປະຊຸມໃນຄັ້ງນີ້ ຈະຊ່ວຍສ້າງແນວທາງຮ່ວມກັນໃນການພັດທະນາລະບົບອາຫານປອດໄພຂອງ ສປປ ລາວ ໃຫ້ມີ ມາດຕະຖານ, ຄຸນນະພາບ, ສາມາດແຂ່ງຂັນໄດ້ ແລະ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ ພ້ອມທັງປະກອບສ່ວນສ້າງອະນາຄົດອາຫານທີ່ປອດໄພ, ເຂັ້ມແຂງ ແລະ ຍືນຍົງ ໃຫ້ແກ່ປະຊາຊົນລາວ ແລະ ພາກພື້ນລຸ່ມແມ່ນ້ຳຂອງ.
