ກອງປະຊຸມທາບທາມຄໍາເຫັນເປີດກວ້າງ ຕໍ່ຮ່າງ ຂໍ້ຕົກລົງວ່າດ້ວຍການຜະລິດຢາປາສະຈາກເຊື້ອ
ປະກາດວັນທີ: 09/07/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 09/07/2026 | ຜູ້ປັບປຸງ: Souksomkhuan Chanthamath
ກອງປະຊຸມທາບທາມຄໍາເຫັນເປີດກວ້າງ ຕໍ່ຮ່າງ ຂໍ້ຕົກລົງວ່າດ້ວຍການຜະລິດຢາປາສະຈາກເຊື້ອ
ໃນວັນທີ່ 8 ກໍລະກົດ 2026 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມທາມຄຳເຫັນເປີດກ້ວາງຕໍ່ຮ່າງ ຂໍ້ຕົກລົງວ່າດ້ວຍການຜະລິດຢາປາສະຈາກເຊື້ອ ຢູ່ທີ່ຫ້ອງປະຊຸມຂອງ ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານຈາກພາກລັດ ແລະ ຕົວແທນຈາກໂຮງງານຜະລິດຢາເຂົ້າຮ່ວມ ເປັນຕົ້ນ ກົມອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັດສາດ ມະວິທະຍາໄລແຫ່ງຊາດ, ກອງກວດກາ, ຕາງໜ້າຈາກ ອົງການອະນາໄມໂລກ, ບັນດາຄະນະອໍານວຍການ ແລະ ວິຊາການໂຮງງານຜະລິດຢາ ຂອງລັດ ແລະ ເອກະຊົນ.
ຢາປາສະຈາກເຊື້ອ ເປັນຢາທີ່ມີຄວາມສ່ຽງສູງ ແລະ ມີຄວາມຈໍາເປັນສໍາລັບການປິ່ນປົວ ຖ້າການຜະລິດບໍ່ໄດ້ມາດຕະຖານ ອາດສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບ, ຄວາມປອດໄພ, ປະສິດທິຜົນຂອງຢາ ແລະ ອາດກໍ່ໃຫ້ເກີດຄວາມສ່ຽງຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນ, ປັດຈຸບັນ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຮັບການປັບປຸງ, ການສ້າງນິຕິກໍາດັ່ງກ່າວ ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດ ກົດໝາດັ່ງກ່າວ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນໃຫ້ໄດ້ມາດຕະຖານ, ຂໍ້ຕົກລົງວ່າດ້ວຍຢາປາດສະຈາກເຊື້ອ ກໍ່ແມ່ນ ໜຶ່ງນິຕິກໍາ ທີ່ຕ້ອງໄດ້ຮັບການພັດທະນາ ແລະ ປັບປຸງ ໃຫ້ທ່ວງທັນກັບສະພາບຄວາມຮຽກຮ້ອງຕ້ອງການ. ນິຕິກໍາດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນຕໍ່ວຽກງານຄຸ້ມຄອງຢາ. ເພາະວ່າ ນິຕິກໍາສະບັບນີ້ ຈະເປັນພື້ນຖານໃນການກໍານົດເງື່ອນໄຂ, ມາດຕະຖານ, ຂອບເຂດການອະນຸຍາດ, ການກວດກາ, ການຕິດຕາມ ແລະ ການຮັບຜິດຊອບຂອງສະຖານທີ່ຜະລິດ ໃຫ້ມີມາດຕະຖານດຽວກັນ.
