ທ່ານປອ. ດຣ. ວັນນະໄຊ ຊາດຕະກຸນ ລົງຕິດຕາມຊຸກຍູ້ແລະຮັບຟັງການລາຍງານວຽກງານຂອງກົມອາຫານ ແລະ ຢາ
ປະກາດວັນທີ: 10/07/2026 | ຜູ້ປະກາດ: Souksomkhuan Chanthamath
ທ່ານປອ. ດຣ. ວັນນະໄຊ ຊາດຕະກຸນ ລົງຕິດຕາມຊຸກຍູ້ແລະຮັບຟັງການລາຍງານວຽກງານຂອງກົມອາຫານ ແລະ ຢາ
ທ່ານ ປອ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ລົງຕິດຕາມ, ຊຸກຍູ້ ແລະ ຮັບຟັງການລາຍງານວຽກງານຂອງກົມອາຫານ ແລະ ຢາ, ໂດຍມີ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ, ພ້ອມດ້ວຍຄະນະນຳກົມ, ພະແນກ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ດຣ ສຸກສົມຄວນ ຈັນທະມາດ ໄດ້ລາຍງານສະພາບການດຳເນີນວຽກງານໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ການຄຸ້ມຄອງກ່ຽວກັບວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຂອງ ອາຫານ, ຢາ ແລະ ຜະລິດຕະພັນການແພດ (ຜະລິດຕະພັນອາຫານ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ອຸປະກອນການແພດ ແລະ ເຄມີອັນຕະລາຍນໍາໃຊ້ໃນຄົວເຮືອນ), ພ້ອມນີ້, ຍັງໄດ້ນຳສະເໜີຜົນງານທີ່ໄດ້ສໍາເລັດການຈັດຕັ້ງປະຕິບັດຜ່ານມາເຊັ່ນ: ການເມືອງແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານຄຸ້ມຄອງອາຫານ, ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນອາຫານ ມີການຕິດຕາມຊຸກຍູ້ການຜະລິດອາຫານພາຍໃນ ແລະ ຄຸ້ມຄອງການນຳເຂົ້າ, ສົ່ງອອກ, ຂຶ້ນທະບຽນຜະລິດຕະພັນອາຫານ, ວຽກງານຄຸ້ມຄອງຢາຫຼວງ ແລະ ອຸປະກອນການແພດ, ວຽກງານຄຸ້ມຄອງຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຄວບຄຸມ, ເຄມີທົ່ວໄປ ແລະ ເຄື່ອງສໍາອາງ, ວຽກງານຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ວຽກງານຄຸ້ມຄອງໂຄສະນາຂ່າວສານອາຫານ, ຢາ, ວຽກງານບໍລິຫານ, ວຽກພົວພັນຕ່າງປະເທດ,
ການລົງຕິດຕາມຊຸກຍູ້ຄັ້ງນີ້ ຖືເປັນໂອກາດສຳຄັນໃນການຮັບຟັງສະພາບຕົວຈິງ, ແລກປ່ຽນຄຳເຫັນ ແລະ ກຳນົດທິດທາງແກ້ໄຂບັນຫາຮ່ວມກັນ, ເພື່ອໃຫ້ວຽກງານຂອງ ກົມອາຫານ ແລະ ຢາ ສາມາດຕອບສະໜອງຕໍ່ແຜນພັດທະນາຂະແໜງສາທາລະນະສຸກ ແລະ ຮັບໃຊ້ປະຊາຊົນໄດ້ດີຍິ່ງຂຶ້ນ


