Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
 

Food & Drug Department, News & Activities

 
ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ໃນວັນທີ 27-29 ມີນາ 2023 ເມືອງວັງວຽງ, ແຂວງວຽງຈັນ
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 05/04/2023 19:07:25

ໃນລະຫວ່າງວັນທີ 27-29 ມີນາ 2023 ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ເປີດກອງປະຊຸມທາບທາມຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ຂຶ້ນທີ່ໂຮງແຮມ ອາມາລີ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ພູມວົງ ບຸນຊູ ກໍາມະການພັກແຂວງ, ຮອງ ເຈົ້າແຂວງ ແຂວງວຽງຈັນ ເພື່ອປຶກສາຫາລື, ທາບທາມດ້ານໂຄງຮ່າງ ແລະ ເນື້ອໃນຂອງກົດໝາຍ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ສູນກາງ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 03 ວັນ ໂດຍແບ່ງເປັນ 03 ພາກຄື: ວັນທີ 27 ມີນາ 2023 ແມ່ນໄດ້ປະຊຸມທາບທາມຄຳຄິດເຫັນກັບຜູ້ແທນຈາກ 08 ແຂວງພາກເໜືອ, ວັນທີ 28 ມີນາ 2023 ຈາກ 03 ແຂວງພາກກາງ ແລະ ວັນທີ 29 ມີນາ 2023 ຈາກ 07 ແຂວງພາກໃຕ້. ກອງປະຊຸມທີ່ສໍາຄັນຄັ້ງນີ້ ມີຜູ້ແທນທີ່ເຂົ້າຮ່ວມ ທັງໝົດ 333 ທ່ານ ຈາກພາກສ່ວນ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ທ່ານຜູ້ຕ່າງໜ້າສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 (ແຂວງວຽງຈັນ), ທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ຫ້ອງການກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັດສາດ( ມວສ ), ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະແນກການພາຍໃນກົມອາຫານ ແລະ ຢາ,  ຫົວໜ້າ/ຄະນະ ຫ້ອງວ່າການແຂວງ, ພະແນກສາທາລະນະສຸກແຂວງ, ພະແນກກະສິກໍາປ່າໄມ້ແຂວງ  17 ແຂວງ ແລະ ນະຄອນຫຼວງໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້.

More »

ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດ ການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ.
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 27/03/2023 11:59:01

ໃນລະຫວ່າງວັນທີ 23-24 ມີນາ 2023 ກົມອາຫານ ແລະ ຢາໄດ້ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ. ລະຫວ່າງວັນທີ 23-24 ມີນາ 2023 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ແລະ ຢາ, ຄະນະກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ສູນວິໄຈອາຫານ ແລະ ຢາ, ຕາງໜ້າຈາກສູນສະໜອງຢາ ແລະ ອຸປະກອນການແພດ, ຄະນະພະແນກສາທານະຄອນຫຼວງ ແລະ ຄະນະຂະແໜງ ອາຫານ ແລະ ຢານະຄອນຫຼວງ ພ້ອມດ້ວຍພະນັກງານອາຫານ ແລະ ຢາ 09 ຕົວເມືອງ: ເມືອງ ສີໂຄດຕະບອງ, ຈັນທະບູລີ, ໄຊທານີ, ໄຊເສດຖາ, ສີສັດຕະນາກ, ສັງທອງ, ນາຊາຍທອງ, ປາກງື່ມ ແລະ ເມືອງຫາດຊາຍຟອງ ແລະ ຜູ້ຕາງໜ້າຈາກອົງການສະປະຊາຊາດເພື່ອການພັດທະນາ ສປປ ລາວ ລວມທັງໝົດ 37 ທ່ານ

More »

ກອງປະຊຸມ ການພັດທະນາໂຄງສ້າງຍຸດທະສາດ ສໍາລັບສູນວິໄຈອາຫານ ແລະ ຢາ
Posted by: ທ້າວ ຊົ່ງ, date: 27/03/2023 06:44:59

ການພັດທະນາ​ໂຄງ​ສ້າງ​ຍຸດ​ທະ​ສາດ​ໃນ​ວຽກ​ງານວິໄຈ​ອາຫານ ​ແລະ ຢາ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ​ເພື່ອ​ສ້າງຄວາມເຂັ້ມແຂງໃຫ້ແກ່​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ເປັນ​ອົງ​ກອນ​ນໍາ​ໜ້າ ​ແລະ ສາມາດ​ວິ​ໄຈ​ຮັບ​ໃຊ້​ສັງຄົມໄດ້​ວ່ອງ​ໄວ​ຂື້ນ. ສະ​ນັ້ນ, ໃນ​ວັນ​ທີ 7 ມີນາ 2023 ສູນ​ວິ​ໄຈ​ອາຫານ ​ແລະ ຢາ ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດກ​ອງປະຊຸມ​ ​ ທີ່​​ໂຮງ​ແຮມຄຣາວພຣາຊາ ​​ໂດຍ​ການ​ເປັນ​ປະທານ​ຂອງ ປອ. ດຣ. ບຸນ​ຊູ ​ແກ້ວ​ຫາ​ວົງ ຫົວໜ້າ​ກົມ​ອາຫານ ​ແລະ ຢາ, ທ່ານ ດຣ. ຈັນ​ສະພາ ປາ​ມະນີ​ວົງ ຫົວໜ້າ​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ແລະ ທ່ານ ກາລີ ດາລ ຜູ້​ອໍານວຍ​ການ USP ປະ​ຈໍາ​ອາຊີ. ມີ​ຕາງໜ້າ​ຈາກໂຄງການ DFAT-USP ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ​ເຊັ່ນ ​ກົມ, ​ກອງ, ​ສູນ ​ແລະ ​ໂຮງງານ​ຜະລິດ​ຢາ ​ເຂົ້າ​ຮ່ວມ ​ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ໂຄງການ DFAT-USP. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ວິ​ໃສ​ທັດ, ​ແຜນ​ຍຸດ​ທະ​ສາດ ​ແລະ ກໍານົດ​ຈຸດ​ແຂງ, ຈຸດ​ອ່ອນ​ໃນ​ການ​ພັດທະນາ​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ໃຫ້ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ໃນ​ໄລຍະ 2023-2025 ​ແລະ 2025-2030.

More »

ກອງປະຊຸມສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ຄັ້ງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມ ກົມອາຫານ ແລະ ຢາ.
Posted by: ທ້າວ ຊົ່ງ, date: 15/03/2023 04:06:03

ພິທີການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08 ມີນາ 1910 ເຖີງ 08 ມີນາ 2023) ໄດ້ຈັດຂື້ນ ໃນຕອນບ່າຍຂອງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມກົມອາຫານ ແລະ ຢາ. ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ດຣ. ບຸນຊູ     ແກ້ວຫາວົງ ກໍາມະການຄະນະພັກ ກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ດຣ. ນ. ວຽງໄຊ ວັນສີລາລົມ ຮອງເລຂາພັກ ປະທານກວດກາພັກກົມອາຫານ ແລະ ຢາ ຄະນະສະຫະພັນແມ່ຍິງກະຊວງສາທາລະນະສຸກ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ການເຂົ້າຮ່ວມຂອງປະທານກຳມະບານຮາກຖານ ກອຢ, ເລຂາຊາວໜຸ່ມ ກອຢ, ຄະນະ ແລະ  ເອື້ອຍນ້ອງສະມາຊິກແມ່ຍິງ ສະຫະພັນແມ່ຍິງໜ່ວຍກົມອາຫານ ແລະ ຢາ ເຂົ້າຮ່ວມ ທັງໝົດ 26 ສະຫາຍ. 

More »

ພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈຳປີ 2022 ແລະ ແຜນການປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ ວັນທີ 6 ມີນາ 2023
Posted by: ທ້າວ ຊົ່ງ, date: 15/03/2023 03:53:45

ໃນຕອນບ່າຍຂອງ ວັນທີ 6 ມີນາ 2023 ກົມອາຫານ ແລະ ຢາ ໄດ້ເປີດພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈໍາປີ 2022 ແລະ ແຜນການ ປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ດຣ ບຸນເລື່ອນ ດວງເດືອນ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ສະຫາຍ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ, ຮອງຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ນ. ວົງວຽງສາ ສິດທິເດດ ປະທານກຳມະບານ ຮາກຖານ ກົມອາຫານ ແລະ ຢາ ແລະ ມີການເຂົ້າຮ່ວມ ຂອງສະຫະພັນແມ່ຍິງ, ໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກກຳມະບານ ກົມອາຫານ ແລະ ຢາ,  ລວມຈໍານວນຜູ້ເຂົ້າຮ່ວມ ທັງໝົດ 38 ສະຫາຍ.

More »

ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ
Posted by: ທ້າວ ຊົ່ງ, date: 16/02/2023 11:09:30

ໃນວັນທີ 10 ກຸມພາ 2023 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ ໂດຍການເປັນປະທານຂອງທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຊິ່ງກອງປະຊຸມດັ່ງກ່າວມີເພສັດຊະກອນຈາກພາກລັດ ແລະ ຕາງໜ້າຈາກຜູ້ດຳເນີນທຸລະກິດ ໃຫ້ກຽດເຂົ້າຮ່ວມ: ພະນັກງານບຳນານອາວຸໂສ, ຫ້ອງການກະຊວງສາທາລະນະສຸກ, ຄະນະເພສັຊສາດ (ມວສ), ສະຖາບັນການແພດ ແລະ ການຢາພື້ນເມືອງພ້ອມ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ໂຮງໝໍສູນກາງ, ຜູ້ຕາງໜ້າຈາກໂຮງງານຜະລິດ ແລະ ບໍລິສັດຂາເຂົ້າ-ຂາອອກດ້ານຢາ, ຫົວໜ້າ/ຮອງພະແນກຈາກກົມອາຫານ ແລະ ຢາ ລວມທັງໝົດ 32 ທ່ານ.

More »

ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ບໍລິສັດ ການຢາໂກດູຟາ-ລາວ ຈໍາກັດ ໃຫ້ແກ່ ກະຊວງສາທາລະນະສຸກ
Posted by: Kila Bounpasert, date: 31/01/2023 04:35:35

ໃນຕອນບ່າຍ ວັນທີ 20 ທັນວາ 2022 ທີ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ບໍລິສັດ ການຢາໂກດູຟາ-ລາວ ຈໍາກັດ ໃຫ້ແກ່ ກະຊວງສາທາລະນະສຸກ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍມີ ທ່ານ ວິຍະວົງ ຈຽມສີສຸລາດ, ທ່ານ ດາວເພັດ ທິບພະວົງ ຕ່າງໜ້າໃຫ້ ບໍລິສັດ ການຢາໂກດູຟາ-ລາວ ຈໍາກັດ, ກ່າວຮັບໂດຍມີ ທ່ານ ປອ ດຣ. ບຸນຊູ ແກ້ວຫາ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ປອ ດຣ. ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ທ່ານ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍພະນັກງານກົມອາຫານ ແລະ ຢາ.

More »

ກອງປະຊຸມເຜີຍແຜ່ຍຸດທະສາດ ການພັດທະນາການຢາໂຮງໝໍ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 31/01/2023 03:58:07

ວັນທີ 24-25 ມັງກອນ 2022 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມເຜີຍແຜ່ຍຸດທະສາດ ການພັດທະນາວຽກງານການຢາໂຮງໝໍ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ ຂຶ້ນຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ດຣ ສຸລິສັກ ສູນວໍລະວົງ, ຮອງຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 83 ທ່ານ ທີ່ມາຈາກກົມປິ່ນປົວ-ຟື້ນຟູໜ້າທີ່ການ, ກົມຈັດຕັ້ງ-ພະນັກງານ, ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ ແລະ 5 ໂຮງໝໍສູນກາງ, ອາຫານ ແລະ ຢາແຂວງ, ຄະນະອຳນວຍການໂຮງໝໍແຂວງ 18 ແຂວງ ແລະ ຕ່າງໜ້າຈາກອົງການອະນາໄມໂລກ ແລະ ອົງການໄຈ.

More »

ການຮັບໃຊ້ງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ປີ 2022 ຂອງທີມງານ ອາຫານປອດໄພ ແລະ ສຸຂະນາໄມ
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 28/12/2022 08:43:23

ໃນໄລຍະການແຂ່ງຂັນກິລາແຫ່ງຊາດຄັ້ງທີ XI  ຊຽງຂວາງເກມ 22 ທີ່ແຂວງຊຽງຂວາງ ກົມອາຫານ ແລະ ຢາ ໄດ້ມອບຊຸດທົດສອບອາຫານ ແລະ ອຸປະກອນຮັບໃຊ້ ໃຫ້ທິມງານອາຫານປອດໄພແຂວງ  ຈໍານວນ 6 ລາຍການ ມູນຄ່າປະມານ 21.000.000 ກີບ ໃນນັ້ນມີ: ຊຸດທົດສອບເຊື້ອໂຄລີຟອມໃນອາຫານ 40 ຊຸດ, ຊຸດທົດສອບຄວາມສະອາດ ພາຊະນະ 20 ຊຸດ, ຊຸດທົດສອບ ໂກລິຟອມໃນນ້ຳ 10 ຊຸດ, ຊຸດທົດສອບສານຟອກມາລີນ 109 ແທັດ, ຊຸດທົດສອບ ບໍແລັກ 100 ແທັດ ເພື່ອຮັບໃຊ້ໃຫ້ແກ່ຄະນະຮັບຜິດຊອບອາຫານປອດໄພ ແລະ ສຸຂະນາໄມ ທີ່ຮັບໃຊ້ງານກິລາ ຊຽງຂວາງເກມ 22.

More »

ພິທີເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດອຸປະກອນການແພດໃນ ສປປ ລາວ ເພື່ອຕອບໂຕ້ການລະບາດຂອງໂຄວິດ-19
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 30/11/2022 12:14:14

ໃນວັນທີ 24 ພະຈິກ 2022, ກົມອາຫານ ແລະ ຢາ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ໄດ້ຈັດພິທີເປີດໂຕກະກຽມສະຖານທີ່ຮອງຮັບການຕິດຕັ້ງເຄື່ອງຈັກຜະລິດຜ້າອັດປາກ-ດັງ ແລະ ເຈວລ້າງມືທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທີການດັ່ງກ່າວໄດ້ຈັດຂື້ນທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ເຊິ່ງໄດ້ຮັບກຽດເຂົ້າຮ່ວມ ພິທີ ແລະ ມີຄໍາເຫັນ ໂດຍມີທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ຫານ ເຢະ ເລຂາໂທ ຫ້ອງການເສດຖະກິດ ແລະ ການຄ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ, ທ່ານ Abduvakkos Abdurahmanov ຫົວໜ້າໜ່ວຍງານບໍລິຫານຈັດການຊັບພະຍາກອນທຳມະຊາດ, ການປ່ຽນແປງສະພາບອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ, ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ທ່ານ ດຣ. ພູຂົງ ໂຈມມາລາ  ຮອງຜູ້ອຳນວຍການ ລັດວິສາຫະກິດ ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທິດັ່ງກ່າວ ໄດ້ມີບັນດາ ຄະນະພະແນກ, ຄະນະຂະແໜງ, ຄະນໜ່ວຍງານ ແລະ ວິຊາການ ທີ່ມາຈາກກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ  ແລະ ພະນັກງານ ລັດວິສາຫະກິດໂຮງງານຜະລິດຢາເລກ 3.

More »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA