ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ຂ່າວສານ ການເຄື່ອນໄຫວ ຂອງກົມອາຫານ ແລະ ຢາ

 
ວຽກງານການກວດກາອາຫານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 15/01/2021 12:07:16

ເພື່ອ​ກຽມ​ຄວາມ​ພ້ອມ​​ໃນ​ການ​ຮັບ​ປະ​ກັນ​ການ​ສະ​ໜອງ​ອາ​ຫານ ແລະ ເຄື່ອງ​ດືມ​ໃຫ້​ມີ​ຄວາມ​ປອດ​ໄພໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທີ່​ໄດ້​ຈັດ​ຂຶ້ນ​ລະ​ຫວ່າງ ວັນ​ທີ 13-15 ມັງ​ກອນ 2021

ອ່ານຕໍ່ »

ເອກະສານກ່ຽວກັບການປະເມີນເອກະສານຂື້ນທະບຽນຢາແບບຮ່ວມກັນໃນ ຂົງເຂດປະເທດອາຊຽນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 18/12/2020 13:19:31

ພາຍ​ໃຕ້​ການ​ຮ່ວມ​ມື​ດ້ານ​ຢາ​ໃນ​ຂົງ​ເຂດ​ປະ​ເທດ ອາຊຽນ (ASEAN Pharmaceutical Harmonization) ​ໄດ້​ມີ​ການຈັດ​ຕັ້ງ​ກຸ່ມ​ປະສານ​ງານ​​ໃນ​ອາຊຽນກ່ຽວ​ກັບ​ການ​ປະ​ເມີນ​ເອກະສານ​ແບບ​ຮ່ວມ​ກັນ (ASEAN Joint Assessment Coordination Group (JACG)) ທີ່ປະກອບ​ດ້ວຍ​ຜູ້​ແທນ​ຈາກໜ່ວຍ​ງານ​ດ້ານ​ຢາ ຂອງ​ບັນດາ      ປະ​ເທດ​ສະມາຊິກ​ອາ​ຊຽນ ​ເຊີ່ງ​ໄດ້​ດຳ​ເນີນ​ໂຄງການ​ຕົວ​ແບບ​ການ​ປະ​ເມີນ​ເອກະສານ​ຂື້ນ​ທະບຽນ​ຢາ​ແບບ​ຮ່ວມ​ກັນ (ASEAN Joint Assessment, ASEAN JA) ​ໂດຍ​ການ​ສະໜັບສະໜູນ​ຈາກ ອົງການ​ອະນາ​ໄມ​ໂລກ   ​ແຕ່​ເດືອນ ກໍລະກົດ ປີ 2017 ມາ​ເຖີງປັດຈຸບັນ​ແມ່ນ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຕົວ​ແບບ​ດັ່ງກ່າວ​ສຳ​ເລັດ​ແລ້ວ.

ອ່ານຕໍ່ »

ການຕິດຕາມ, ກວດກາຄຸນນະພາບອາຫານ ຕາມຮ້ານຂາຍເຄື່ອງສົ່ງ ແຂວງ ວຽງຈັນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 09/12/2020 12:51:12

ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ ໃຫ້​ໄດ້​ຮັບ​ຜະ​ລິດ​ຕະ​ພັນ​ອາ​ຫານທີ່​ດີ, ມີ​ຄຸນ​ນະ​ພາບ, ມີ​ຄວາມ​ປອດ​ໄພ​ແກ່​ຜູ້​ຊົມ​ໃຊ້ ແລະ ເພື່ອ​ຄຸ້ມ​ຄອງ ແລະ ສົ່ງ​ເສີມ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ຈຳ​ໜ່າຍ​ອາ​ຫານ​ໃຫ້​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ, ​ກົດລະ​ບຽບ, ກົດ​ໝາຍ​ວ່າ​ດ້ວຍ​ອາ​ຫານ​ຢ່າງ​ຖືກ​ຕ້ອງ, ໄດ້​ມາດ​ຕະ​ຖານ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ອ່ານຕໍ່ »

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 04/11/2020 12:46:37

ໃນ​ວັນ​ທີ 23 ຕຸ​ລາ 2020 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ເປີດກອງ​ປະ​ຊຸມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາຂຶ້ນ​ທີ່ ໂຮງ​ແຮມ​ວຽງ​ຈັນ​ພ​ຣາ​ຊາ ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ ຮ​ສ​. ດ​ຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ຕະນະປະທານຮ່ວມປະກອບມີ ທ່ານ ນ. ບຸນ​ຄຳ ວໍ​ລະ​ຈິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ແລະ ທ່ານ ປອ. ດຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

ອ່ານຕໍ່ »

ການລົງຢ້ຽມຢາມກົມອາຫານ ແລະ ຢາ ຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 24/09/2020 18:27:06

ໃນວັນທີ 18 ກັນຍາ 2020 ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມ ກົມອາຫານ ແລະ ຢາ ໃນໂອກາດດັ່ງກ່າວ ທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ລາຍງານການເຄື່ອນໄຫວວຽກງານອາຫານ ແລະ ຢາໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຫານ ແລະ ຢາໃນຕໍ່ໜ້າ. ຈາກນັ້ນ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາກໍ່ໄດ້ມີຄຳເຫັນ ແລະ ສະເໜີຕໍ່ທ່ານຮອງລັດຖະມົນຕີກ່ຽວກັບບຸກຄະລາກອນ ແລະ ງົບປະມານຂອງແຜນງານ 4

ອ່ານຕໍ່ »

ກອງປະຊຸມລິເລີ້ມ ການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ.
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 22/09/2020 17:42:23

ກອງປະຊຸມລິເລີ້ມການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ ໄດ້ຈັດຂຶ້ນລະຫວ່າງວັນທີ ວັນທີ 22-25 ກັນຍາ 2020, ໂດຍການເປັນປະທານ ແລະ ຊີ້ນຳຂອງທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ມີທ່ານ ດຣ. ນາງ ຢູຣິ ປາກ ເຈົ້າໜ້າທີ່ຊ່ຽວຊານລະບົບສາທາລະນະສຸກ ຂອງອົງການອະນາໄມໂລກ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນຈາກກົມ, ກອງອ້ອມຂ້າງກະຊວງສາທາລະນະສຸກ, ມີຄະນະອຳນວຍການ, ຜູ້ຕາງໜ້າ ຈາກໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈຳນວນ 06 ແຂວງ ລວມທັງໝົດ 70 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເສີມສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນຫຼັກແຫຼ່ງ ດ້ານສາທາລະນະສຸກກ່ຽວກັບການນຳໃຊ້ວິທະຍາສາດໃນການຕິດຕາມການຊົມໃຊ້ຢາຕ້ານເຊື້ອພາຍໃນໂຮງໝໍ ແລະ ເພື່ອສ້າງຕັ້ງລະບົບການຕິດຕາມການຊົມໃຊ້ຢາຕ້ານເຊື້ອທີ່ບໍລິການຢູ່ສະຖານທີ່ບໍລິການສາທາລະນະສຸກ.

ອ່ານຕໍ່ »

ໂຄງຮ່າງການຈັດຕັ້ງຂອງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ (ປັບປຸງຄັ້ງລ້າສຸດ).
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 20/09/2020 21:27:41

ໂຄງຮ່າງການຈັດຕັ້ງຂອງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ (ປັບປຸງຄັ້ງລ້າສຸດ).

ອ່ານຕໍ່ »

ກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ ຮ່ວມກັບຜູ້ປະກອບການກ່ຽວກັບວຽກງານຈັດຊື້, ຈັດຫາ ແລະ ການສະໜອງ ຢາ-ອຸປະກອນການແພດ.
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 08/09/2020 00:35:42

ໃນມື້ວັນທີ 20 ສິງຫາ 2020 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັບຜູ້ປະກອບການກ່ຽວກັບວຽກງານຈັດຊື້, ຈັດຫາ ແລະ ການສະໜອງ ຢາ-ອຸປະກອນການແພດໃນໄລຍະຜ່ານຂຶ້ນທີ່ ຫ້ອງປະຊຸມກະຊວງສາທາລະນະສຸກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະທານຮ່ວມຂອງ ທ່ານ  ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າ ກົມອາຫານ ແລະ ຢາ,  ຊຶ່ງມີຜູ້ເຂົ້າຮ່ວມຈາກ: ຫ້ອງການປະກັນສຸຂະພາບ, ກົມປິ່ວປົວ ແລະ ຟື້ນຟູໜ້າທີ່ການ, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ,  ສູນໄຂ້ຍູງ-ແມ່ກາຟາກ ແລະ ແມງໄມ້, ສູນວັນນະໂລກ, ສູນສຸຂະພາບແມ່ ແລະ ເດັກ, ສູນໂພຊະນາການ, ສູນຕ້ານເອດສ ແລະ ພຕພ,  05  ໂຮງໝໍ ສູນກາງ ແລະ 03 ສູນ, ຄະນະກໍາມະການຈັດຊື້ ກະຊວງສາທາລະນະສຸກ, ຕາງໜ້າຈາກກົມຊັບສິນ ກະຊວງການເງິນ ແລະ ບັນດາພະແນກພາຍໃນກົມອາຫານ ແລະ ຢາ, ບັນດາບໍລິສັດດ້ານຢາ ແລະ ຜະລິດຕະພັນການແພດ ແລະ  ໂຮງງານຜະລິດຢາ, ລວມທັງໝົດ  147 ທ່ານ.

ອ່ານຕໍ່ »

ຝຶກອົບຮົມຫຼັກການ ການຜະລິດທີດີ, ດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ.
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 18/08/2020 14:06:44
ກົມອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມຫຼັກການ ການຜະລິດທີດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃຫ້ແກ່ພະນັກງານ ພາຍໃນກົມອາຫານ ແລະ ຢາ ໃນລະຫວ່າງ ວັນທີ 10-14/ 8 /2020, ຊຶ່ງມີຄູຝືກຈາກກົມອາຫານ ແລະ ຢາທີ່ໄດ້ຜ່ານການຝຶກອົບຮົມ ແລະ ມີປະສົບການ ຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານດັ່ງກ່າວມາຂຶ້ນຫ້ອງເພື່ອແລກປ່ຽນບົດຮຽນ, ການອົບຮົມແມ່ນໄດ້ນຳສະເໜີ 10 ຫຼັກການ ຂອງການປະຕິບັດການ ການຜະລິດທີ່ດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບຂອງອາຊຽນ ເຊີ່ງມີຕົວຫຍໍ້ແມ່ນ:”ASEAN TMHS GMP“.
ອ່ານຕໍ່ »

ກອງປະຊຸມ ສຳມະນາ ກ່ຽວກັບການຂື້ນທະບຽນຢາ ພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 09/08/2020 15:10:50

ໃນວັນທີ 30-31 ກໍລະກົດ 2020  ທີ່ຫ້ອງປະຊຸມ ນາປ່າກວາງ ຣີສອດ, ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງເປັນກອງປະຊຸມສໍາມະນໍາ ຄັ້ງທຳອິດ. ພາຍໃຕ້ການເປັນປະທານ ໂດຍ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກອງກວດກາ ອາຫານ ແລະ ຢາ, ສູນວິໃຈອາຫານ ແລະ ຢາ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3 ແລະ ໂຮງງານຜະລິດຢາ 104 ພອ້ມດວ້ຍ ຜູ້ເຂົ້າຮວ່ມ ຈາກພາກເອກະຊົນ ຈາກ ຫ້ອງປຸງແຕ່ງຢາພື້ນເມືອງ ແລະ ບໍລິສັດຂາອອກ-ຂາເຂົ້າແລະ ພະແນກການພາຍໃນກົມອາຫານ ແລະ ຢາ.  ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 45  ທ່ານ.

ອ່ານຕໍ່ »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA