ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ຂ່າວສານ ການເຄື່ອນໄຫວ ຂອງກົມອາຫານ ແລະ ຢາ

 
ກອງປະຊຸມ ສຳມະນາ ກ່ຽວກັບການຂື້ນທະບຽນຢາ ພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 09/08/2020 15:10:50

ໃນວັນທີ 30-31 ກໍລະກົດ 2020  ທີ່ຫ້ອງປະຊຸມ ນາປ່າກວາງ ຣີສອດ, ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງເປັນກອງປະຊຸມສໍາມະນໍາ ຄັ້ງທຳອິດ. ພາຍໃຕ້ການເປັນປະທານ ໂດຍ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກອງກວດກາ ອາຫານ ແລະ ຢາ, ສູນວິໃຈອາຫານ ແລະ ຢາ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3 ແລະ ໂຮງງານຜະລິດຢາ 104 ພອ້ມດວ້ຍ ຜູ້ເຂົ້າຮວ່ມ ຈາກພາກເອກະຊົນ ຈາກ ຫ້ອງປຸງແຕ່ງຢາພື້ນເມືອງ ແລະ ບໍລິສັດຂາອອກ-ຂາເຂົ້າແລະ ພະແນກການພາຍໃນກົມອາຫານ ແລະ ຢາ.  ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 45  ທ່ານ.

ອ່ານຕໍ່ »

The government accelerates for the initiation of establishing an Integrated Risk Management Framework amongst border agencies
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 20/07/2020 13:18:43

The government accelerates for the initiation of establishing an Integrated Risk Management Framework amongst border agencies

 

ອ່ານຕໍ່ »

ບົດສະຫຼຸບ ໂຄງການກັນ, ຄວມຄຸມ ແລະ ຕອບໂຕ້ຕ ໍ່ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 08/05/2020 17:14:00
ປະກາດ
 

ໂຄງການ ກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ກົມແຜນການ ແລະ ການຮ່ວມມື, ກະຊວງສາທາລະນະສຸກ ມີຄວາມຍິນດີແຈ້ງໃຫ້ທ່ານຊາບວ່າ: ທາງໂຄງການໄດ້ສຳເລັດ ແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແລວດລ້ອມ ແລະ ສັງຄົມ ເພື່ອຕອບສະໜອງໃຫ້ແກ່ການປະຕິບັດໂຄງການຕອບໂຕ້ການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ.

ອ່ານຕໍ່ »

ໜັງສືແຈ້ງການກ່ຽວກັບ ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບຄຸນນະພາບຂອງຜ້າອັດປາກ-ດັງ ແລະ ເຈວລ້າງມື ໃນຂອດການຈໍລະຈອນຈໍາໜ່າຍ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 27/04/2020 15:31:30

ໜັງສືແຈ້ງການ ຂອງກົມອາຫານ ແລະ ຢາ ສະບັບເລກທີ 3389/ກອຢ, ລົງວັນທີ 27 ເມສາ 2020 ກ່ຽວກັບ ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບຄຸນນະພາບຂອງຜ້າອັດປາກ-ດັງ ແລະ ເຈວລ້າງມື ໃນຂອດການຈໍລະຈອນຈໍາໜ່າຍ    

ອ່ານຕໍ່ »

ການຕິດຕາມກວດກາຄຸນນະພາບ ເຫຼົ້າເຈລລ້າງມືຂ້າເຊື້ອ ແລະ ຜ້າອັດປາກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 15/04/2020 08:48:04

ໃນທ້າຍ​ເດືອນ​ມີນາ​ ຫາ ຕົ້ນ​ເດືອນ​ເມສາ 2020 ນີ້ ກອງ​ກວດກາ​ອາຫານ ​ແລະ ຢາ ​ໄດ້ສົມທົບ​ກັບ​ກົມ​ອາຫານ ​ແລະ ຢາ, ກົມ​ຕຳຫຼວດ​ສິ່ງ​ແວດ​ລ້ອມ ​ແລະ ກົມ​ການ​ຄ້າ​ພາຍ​ໃນ ​ໄດ້​ລົງ​ເຄື່ອນ​ໄຫວຕິດຕາມ, ​ເກັບ​ຕົວຢ່າງ​ ​ເພື່ອກວດກາຄຸນ​ນະພາ​ບ​ເຫຼົ້າ​ເຈ​ລລ້າງ​ມື ​ແລະ ຜ້າ​ອັດ​ປາກ​ທີ່ຈໍລະ​ຈອນ ຈຳໜ່າຍ​ຢູ່​ນະຄອນຫຼວງ​ວຽງ​ຈັນ ລວມທັງ​ໝົດ 47 ຕົວຢ່າງ 

ອ່ານຕໍ່ »

ຄະນະເພສັຊສາດເລັ່ງຜະລິດເຈວລ້າງມື ເພື່ອປະກອບສ່ວນຕ້ານພະຍາດໂຄວິດ-19
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 08/04/2020 08:34:54

ມະຫາວິທະຍາ​ໄລ ວິທະຍາສາດ ສາທາລະນະ​ສຸກ (ມວສ) ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ເພສັຊ​ສາດ​ກໍ່​ໄດ້​ປະກອບສ່ວນ​​ໃນ​ການ​ປ້ອງ​ກັນ ​ແລະ.....

ອ່ານຕໍ່ »

ການກຽມພ້ອມດ້ານວຽກງານພາລາທິການ ເພື່ອຕ້ານພະຍາດໂຄວິດ-19
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 31/03/2020 10:22:27

ປະຈຸບັນການລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຍັງນັບມື້ນັບເພີ່ມທະວີຄວາມຮຸນແຮງ ແລະ ມີການລະບາດເພີ້ມຂຶ້ນໃນແຕ່ລະວັນ. ປະຈຸບັນມີຜູ້ຕິດເຊື້ອໃນທົ່ວໂລກຈໍານວນ 781,441 ກໍລະນີ, ມີຜູ້ເສຍຊີວິດທັງໝົດ 37,587 ກ່ວາຄົນ, ສໍາລັບ ສປປ ລາວ ເຮົາ ກໍໄດ້ມີຜູ້ຕິດເຊື້ອ 9 ກໍລະນີ ແລະ ຍັງບໍ່ທັນມີຜູ້ເສຍຊີວິດ.

ອ່ານຕໍ່ »

ລາຍງານ ຜົນສຳເລັດການຈັດຕັ້ງປະຕິບັດ ກອບການພັດທະນາຊົນກຸ່ມຊົນເຜົ່າ, ມາດຕະການກ່ຽວກັບການປົກປ້ອງຜົນກະທົບດ້ານສະພາບແວດລ້ອມ ແລະ ສັງຄົມ ແລະ ຄຳແນະນຳໃນການຄຸ້ມຄອງສິ່ງເສດເຫຼືອທີ່ມີຄົມ ເພື່ອຕອບສະໜອງໃຫ້ແກ່ການກະກຽມໂຄງການເຂົ້າເຖີງການບໍລິການສາທາລະນະສຸກ ແລະ ໂພຊະນາການ.
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 25/12/2019 09:59:05

ລາຍງານ ຜົນສຳເລັດການຈັດຕັ້ງປະຕິບັດ ກອບການພັດທະນາຊົນກຸ່ມຊົນເຜົ່າ, ມາດຕະການກ່ຽວກັບການປົກປ້ອງຜົນກະທົບດ້ານສະພາບແວດລ້ອມ ແລະ ສັງຄົມ ແລະ ຄຳແນະນຳໃນການຄຸ້ມຄອງສິ່ງເສດເຫຼືອທີ່ມີຄົມ ເພື່ອຕອບສະໜອງໃຫ້ແກ່ການກະກຽມໂຄງການເຂົ້າເຖີງການບໍລິການສາທາລະນະສຸກ ແລະ ໂພຊະນາການ.

ອ່ານຕໍ່ »

ປຶ້ມປະທານຸກົມພືດເປັນຢາຈະກາຍເປັນຄູ່ມືໃຫ້ນັກຄົ້ນຄ້ວາ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 29/11/2019 09:30:43

ພິທີຖະແຫຼງຜົນສໍາເລັດຂອງການຈັດພິມ ແລະ ການມອບ-ຮັບປຶ້ມປະທານຸກົມພືດເປັນຢາຂອງລາວ ເຫຼັ້ມ I ໃຫ້ກະຊວງສາທາລະນະສຸກ ໂດຍສໍານັກງານຄຸ້ມຄອງການແພດ-ການຢາພື້ນເມືອງ ສປ ຈີນ ຈັດຂຶ້ນໃວັນທີ 18 ພະຈິກ 2019 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ມ້ຽວຈຽນຫົວ ປະທານສວນພຶກສາສາດພືດເປັນຢາ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ ສປ ຈີນ ແລະ ກ່າວຮັບໂດຍທ່ານ ໂກສົນ ສໍສຸລິທົນ ຮອງຫົວໜ້າສະຖານບັນການແພດ ການຢາພື້ນເມືອງກະຊວງສາທາລະນະສຸກ ມີທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ເຢນ ຊູຈຽງ ຮອງຫົວໜ້າສໍານັກງານຄຸ້ມຄອງການແພດ ການຢາພື້ນເມືອງ ສປ ຈີນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ອ່ານຕໍ່ »

ກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍ ການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອຂອງ ສປປ ລາວ
ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 25/11/2019 14:18:19

ໃນວັນທີ 19/11/2019, ຕອນເຊົ້າເວລາ 8:30 ໂມງ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ແຕ່ປີ 2019 – 2023 ຂຶ້ນ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຄະນະປະທານຮ່ວມ ໂດຍ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້, Dr. Mark JACOBS ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ແລະ Mr. Hassar Hayat ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ. ເຊິ່ງມີບັນດາຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍສູນກາງ ແລະ ແຂວງ, ຄະນະພະແນກກະກຳ ແລະ ປ່າໄມ້ແຂວງ ຈາກ 17 ແຂວງ ແລະ ນະຄອນຫຼວງ ໃນທົ່ວປະເທດ ພ້ອມບັນດາຕາງໜ້າກົມ, ສູນ ແລະ ວິຊາການກ່ຽວຂ້ອງຢູ່ຂັ້ນສູນກາງຈາກ 02 ກະຊວງ ເຂົ້າຮ່ວມ ລວມທັງໝົດຈໍານວນ 85 ທ່ານ.

ອ່ານຕໍ່ »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA