|
Food & Drug Department, News & Activities |
|
ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ 2025, ນະຄອນຫລວງວຽງຈັນ. | Posted by: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, date: 23/05/2025 02:05:20 |  ໂດຍການເປັນປະທານຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ, ຜູ້ຕາງຫນ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປລາວ, ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາ ທ່ານ ຫົວໜ້າ ກົມ, ຄະນະກົມ, ກອງ, ສູນ ຈາກ ກະຊວງສາທາລະນະສຸກ, ກະສິກຳ ແລະ ປ່າ ໄມ້, ອຸດສາຫະກຳແລະການ ຄ້າ, ກະຊວງ ການ ຕ່າງປະ ເທດ, ສະພາແຫ່ງຊາດ ກໍເຂົ້າຮ່ວມ.
ກອງປະຊຸມນີ້ແມ່ນ ກອງ ປະຊຸມລະດັບ ຊາດ ຄັ້ງ ທີ 2 ກ່ຽວ ກັບ ວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍ ອົງການ FAO ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນ ພະຍາຍາມຂອງພວກເຮົາຕໍ່ກັບການສ້າງມາດຕະຖານຄວາມປອດໄພທາງດ້ານອາຫານ ໃຫ້ແທດເຫມາະກັບມາດຕະຖານສາກົນ.
| More » |
ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ | Posted by: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, date: 15/05/2025 05:40:17 |  ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ ໄດ້ໄຂຂຶ້ນໃນຕອນບ່າຍຂອງ ວັນທີ 13 ພຶດສະພາ 2025 ທີ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ເຂດດົງໂພສີ), ກອງປະຊຸມຄັ້ງນີ້ ເປັນກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ສາດສະດາຈານ ກິຕິມະສັກ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສ້ດ ລັດຖະມົນຕີກະຊວງສາທາລະສຸກ. ມີ ເພສັດຊະກອນ ຈາກຫລາຍພາກສ່ວນ ຫລາຍຂົງເຂດ ທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ກົມ, ສະຖານບັນ, ສູນ, ກອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງຫມໍ, ໂຮງງານຜະລິດຢາ, ບໍລິສັດ ແລະ ຮ້ານຂາຍຢາ ທີ່ນໍາໃຊ້ວິຊາຊີບ ເຂົ້າຮ່ວມ.
| More » |
ກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ການວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ | Posted by: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, date: 13/05/2025 05:49:34 |  ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2025 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ ຢູ່ທີ່ຫ້ອງປະຊຸມກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫົວໜ້າສູນສະໜອງຢາ ແລະ ອຸປະກອນການແພດພ້ອມດ້ວຍຄະນະ, ຫົວໜ້າກອງກວດກາອາຫານ ແລະ ຢາພ້ອມດ້ວຍຄະນະ, ຄະນະເພສັຊສາດ, ຄະນະພະແນກສາທານະຄອນຫຼວງ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ສະພາວິຊາຊີບ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມລວມທັງໝົດ 31 ທ່ານ.
| More » |
ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ | Posted by: ທ້າວ ຊົ່ງ, date: 07/04/2025 04:39:38 |  ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ເມສາ 2025 ທີ່ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນກະຊວງຍຸຕິທໍາ ແລະ ທ່ານ ນາງ ດຣ. ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະສຸກ ແລະ ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ, ຮອງພະແນກ ແລະ ວິຊາການ ແລະ ຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ຫ້ອງວ່າການສໍານັກນາຍົກລັດຖະມົນ, ສະພາແຫ່ງຊາດ, ກະຊວງສາທາລະນະສຸກ ແລະ ກະຊວງຍຸຕິທໍາ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື ຕໍ່ກັບຄໍາເຫັນຂອງສະມາຊິກລັດຖະບານ ທີ່ໄດ້ ປະກອບໃສ່ຕໍ່ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໃນວາລະກອງປະຊຸມ ລັດຖະບານ ສະໄໝສາມັນ ເດືອນ ມີນາ 2025. ຜ່ານມາ ເພື່ອສືບຕໍ່ປັບປຸງຮ່າງດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສອດຄ່ອງຍິ່ງຂຶ້ນກ່ອນນໍາສະເໜີ ສະພາແຫ່ງຊາດພິຈາລະນາ ຊຶ່ງຄາດວ່າຮ່າງກົດໝາຍສະບັບດັ່ງກ່າວຈະໄດ້ນໍາເຂົ້າຜ່ານ ກອງປະຊຸມສະໄໝສາມັນຄັ້ງທີ X ຂອງສະພາແຫ່ງຊາດຊຸດທີ່ IX ລະຫວ່າງເດືອນ ມີນາ 2025.
| More » |
ພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ວັນທີ 07 ມິຖຸນາ 2024 | Posted by: ກີລາ ບູນປະເສີດ, date: 07/06/2024 06:20:44 | 
ພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ປີ 2024
ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2024 ກົມອາຫານ ແລະ ຢາ ໄດ້ ຈັດພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ໃຫ້ກຽດເປັນປະທານ ແລະ ເປີດພິທີ ໂດຍ ທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ຊຶ່ງທ່ານປະທານໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຄວາມອາຫານໂລກ ດັ່ງລາຍລະອຽດຕໍ່ໄປນີ້:
ວັນຄວາມປອດໄພອາຫານໂລກໄດ້ຖືກຮັບຮອງໂດຍຄະນະກໍາມາທິການມາດຕະຖານອາຫານໂລກໃນປີ 2018 ພາຍໃຕ້ການຮ່ວມມືລະຫວ່າງ ອົງການອາຫານ ແລະ ການກະສິກໍາຂອງສະຫະປະຊາຊາດ (FAO) ແລະ ອົງການອະນາໄມໂລກ (WHO) ຫຼື ກົດລະຫັດອາຫານສາກົນ (Codex Alimentarius) ໄດ້ກຳນົດເອົາວັນທີ 7 ມີຖຸນາ ຂອງແຕ່ລະປີ ເປັນ “ວັນຄວາມປອດໄພອາຫານໂລກ (World Food Safety Day)’’ ກົມອາຫານ ແລະ ຢາ ຈຶ່ງໄດ້ສະເຫລີມສະຫລອງວັນສໍາຄັນດັ່ງກ່າວຂຶ້ນ ໂດຍຮ່ວມກັບ ອົງການອະນາໄມໂລກ ຕັ້ງແຕ່ປີ 2018 ເປັນຕົ້ນມາ.
|
| More » |
ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024 | Posted by: ກີລາ ບູນປະເສີດ, date: 21/04/2024 23:10:11 | .jpeg) ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024 ທີ່ ຣີສອດ ນາປ່າກວາງ, ເມືອງ ທຸລະຄົມ, ແຂວງ ວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມໃນຄັ້ງນີ້ມີບັນດາແຂກຜູ້ເຂົ້າຮ່ວມຕາງໜ້າຈາກພາກສ່ວນ ກົມປ່າໄມ້ ແລະ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ, ຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ສະມາຄົມອານຸລັກຢາພື້ນເມືອງລາວ, ບໍລິສັດ SPC ຈຳກັດ, ກົມອາຫານ ແລະ ຢາ ແລະ ບັນດາພະແນກການຂອງສະຖານບັນການແພດ-ການຢາພື້ນເມືອງ ເຂົ້າຮ່ວມລວມທັງໝົດ 29 ທ່ານ.
| More » |
ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການ ວັນທີ 4 ເມສາ 2024 | Posted by: ກີລາ ບູນປະເສີດ, date: 05/04/2024 05:42:57 | 
ໃນຕອນບ່າຍຂອງວັນທີ 4 ເມສາ 2024 ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການທີ່ຫ້ອງປະຊຸມກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັນສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມແຜນການ ແລະ ການເງິນ, ສູນຕ້ານເອດ, ສູນແມ່ ແລະ ເດັກ, ສູນໂພຊະນາການ, ສູນວັນນະໂລກ, UNFPA ແລະ ບັນດາທ່ານຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 23 ທ່ານ.
|
| More » |
ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ ວັນທີ 29 ມີນາ 2024 | Posted by: ກີລາ ບູນປະເສີດ, date: 01/04/2024 03:17:12 | 
ໃນວັນທີ 29 ມີນາ 2024 ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ການຈັດຕັ້ງ ປະຕິບັດ ການສອບເສັງລະດັບຊາດ ເພື່ອອອກໃບປະກອບວິຊາຊີບໃຫ້ແກ່ຜູ້ທີ່ສຳເລັດການສຶກສາ ວິຊາເພສັຊສາດລະດັບປະລິນຍາຕີ ແລະ ລຸ່ມປະລີນຍາຕີ ໃນປີ 2024. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ສຈ.ພິເສດ ດຣ ຖະໜອມ ອິນສານ ຫົວໜ້າຄະນະ ກຳມະການວິຊາຊີບເພສັຊກັມ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ສຈ ປອນເມກ ດາລາລອຍ ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ, ບັນດາທ່ານໃນຄະນະກຳມະການວິຊາຊີບເພສັຊກັມ, ຜູ້ຕາງໜ້າຈາກບອດທ່ານໝໍ, ບອດພະຍາບານ ແລະ ຜະດຸງຄັນ, ຄະນະພະແນກການຢາ ແລະ ອຸປະກອນການແພດ, ອາຈານອາວຸໂສ, ຄູອາຈານ ຄະນະເພສັຊສາດ ເຂົ້າຮ່ວມລວມທັງໝົດ 45 ທ່ານ
|
|
| More » |
ກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ໃນລະຫວ່າງວັນທີ 19-21 ມີນາ 2024 | Posted by: ກີລາ ບູນປະເສີດ, date: 01/04/2024 02:54:44 | .jpeg)
ໃນລະຫວ່າງວັນທີ 19-21 ມີນາ 2024 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ສໍາລັບກົມກອງອ້ອມຂ້າງກະຊວງສາທາລະນະສຸກ ທີ່ ນາປ່າກວາງລີສອດ ເມືອງແກ້ວອຸດົມ ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ດຣ ນາງ ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະຂະແໜງອາຫານ ແລະ ຢາຈາກ: ນະຄອນຫຼວງ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ບໍລິສັດຂາອອກ-ຂາເຂົ້າອາຫານ ລວມທັງໝົດ 65 ທ່ານ
|
|
| More » |
ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024 | Posted by: ກີລາ ບູນປະເສີດ, date: 26/03/2024 03:55:26 | 
ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024. ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ດຣ ບຸນເລື່ອນ ດວງເດືອນ ຮອງປະທານກຳມະບານຮາກຖານ ກະຊວງສາທາລະນະສຸກ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືຶອງ, ທ່ານ ປະລິນຍາເອກ ດຣ ບຸນຊູ ແກ້ວຫາວົງ ຄະນະພັກກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີສະມາກຊິກກຳມະບານຮາກຖານຂອງກົມອາຫານ ແລະ ຢາ ລວມທັງໝົດ....ສະຫາຍ
|
| More » |
|
|
|
|